• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງາສະແດງສາກົນລົງເລິກຂະແໜງການແພດການຢາ ຫວຽດນາມ ຄັ້ງທີ 25

ງານວາງສະແດງສາກົນລົງເລິກຂະແໜງການແພດການຢາ ຫວຽດນາມ ຄັ້ງທີ 25 (VietNam Medi-Pharm 2018) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 09 ພຶດສະພາ ຢູ່ ຮ່າໂນ້ຍ,

 ງານວາງາສະແດງສາກົນລົງເລິກຂະແໜງການແພດການຢາ ຫວຽດນາມ ຄັ້ງທີ 25 (ພາບ:bnews.vn)

ອັນໄດ້ດຶງດູດການເຂົ້າຮ່ວມຂອງຫົວໜ່ວຍ, ວິສາຫະກິດ 430ແຫ່ງທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນ ດ້ວຍຂອບຂະໜາດ 535 ຮ້ານວາງສະແດງ. ເຫດການດັ່ງກ່າວ ໂດຍກະຊວງສາທາລະນະສຸກສົມທົບກັບບໍລິສັດຫຸ້ນສ່ວນສົ່ງອອກ-ນຳເຂົ້າເຄື່ອງອຸປະກອນການແພດ, ການຢາ ຫວຽດນາມ ແລະ ບໍລິສັດຫຸ້ນສ່ວນງານຕະຫລາດນັດວາງສະແດງ ແລະ ໂຄສະນາ ຫວຽດນາມ ຈັດຕັ້ງ.

        ນີ້ແມ່ນງານວາງສະແດງທີີ່ມີອິດທິພົນຊື່ສຽງ, ດຳເນີນປະຈຳປີໃນເດືອນພຶດສະພາຢູ່ ຮ່າໂນ້ຍ. ງານວາງສະແດງແມ່ນໂອກາດ ເພື່ອໃຫ້ບັນດາວິສາຫະກິດໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນດາຂົງເຂດໃນຂະແໜງສາທາລະນະສຸກ; ພ້ອມທັງ ເພີ່ມທະວີການລົງທຶນພັດທະນາການບໍລິການສາທາລະນະສຸກ ແນໃສ່ຮັບໃຊ້ຄວາມຕ້ອງການປີ່ນປົວພະຍາດຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top