• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫລັກຖານປະຫວັດສາດແລະນິຕິທຳ

      ກະຊວງຖະແຫລງຂ່າວແລະສື່ສານສົມທົບກັບຄະນະກຳມະການປະຊາຊົນແຂວງກວ໋າງບີງ ໄດ້ຈັດຕັ້ງງານວາງສະແດງແຜນທີ່ ແລະ ເອກະສານກ່ຽວກັບ “ຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳ”. 
 

ບັນດາເອກະສານປະຫວັດສາດກ່ຽວກັບຮ່ວາງຊາ, ເຈື່ອງຊາ ໄດ້ດຶງດູດຄວາມສົນໃຈຈາກຜູ້ຊົມ
      ມີເກືອບ 100 ແຜນທີ່, ເອກະສານ, ວັດຖຸພັນ, ສິ່ງພິມ ໄດ້ວາງສະແດງໃນງານວາງສະແດງນີ້ແມ່ນແຫລ່ງເອກະສານໂດຍບັນດານັກຄົ້ນຄ້ວາ, ນັກຮຽນຮູ້ຢູ່ພາຍໃນ ແລະ ຕ່າງປະເທດ ປະກາດ. ນີ້ແມ່ນບັນດາພະຍານຫລັກຖານປະຫວັດສາດ ແລະ ນິຕິທຳ ທີ່ພິສູດໃຫ້ເຫັນອະທິປະໄຕຂອງຫວຽດນາມ ສຳລັບ ສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ທ່ານ ດວານກົງຮີງ, ຫົວຫນ້າກົມຖະແຫລງຂ່າວຂັ້ນຮາກຖານ, ກະຊວງຖະແຫລງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ:
        “ງານວາງສະແດງເອກະສານກ່ຽວກັບ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນຫນຶ່ງໃນບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ທີ່ສຳຄັນ ເພື່ອສື່ຂ່າວໂດຍກົງເຖິງພະນັກງານ, ນັກຮົບ ແລະ ປະຊາຊົນທຸກຊັ້ນວັນນະໃນແຂວງ. ຜ່ານນັ້ນ ປະກອບສ່ວນສຶກສານ້ຳໃຈຮັກບ້ານເກີດເມືອງນອນປະເທດຊາດ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບ ແລະ ປະຊາຊົນທຸກຊັ້ນວັນນະສຳລັບພາລະກິດສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ.”
 (ແຫຼ່ງຄັດຈາກ VOV)
 

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top