• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ”

      ຫໍພິພິທະພັນປະຫວັດສາດກອງທັບ ຫວຽດນາມ ຈັດຕັ້ງພິທີໄຂງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ” ຂຶ້ນໃນວັນທີ 30 ສິງຫາ. ດ້ວຍຮູບພາບ, ເອກະສານ, ວັດຖຸພັນກ່ວາ 300 ຢ່າງ, ງານວາງສະແດງຍົກອອກ 3 ເນື້ອໃນ: 

ພິທີໄຂງານວາງສະແດງ “ສາຍຈິດມິດໃຈ ຫວຽດນາມ - ລາວ - ກຳປູເຈຍ”
      ຄວາມສາມັກຄີໃນການສູ້ຮົບລະຫວ່າງ 3 ປະເທດອິນດູຈີນໃນການຕໍ່ສູ້ຕ້ານ ຝຣັ່ງ (1945 - 1954), ຄວາມສາມັກຄີ 3 ປະເທດອິນດູຈີນໃນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ (1954 - 1975) ແລະ ພັດທະນານ້ຳໃຈສາມັກຄີມິດຕະພາບ, ການຮ່ວມມືຮອບດ້ານໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ (ແຕ່ປີ 1975 ມາຮອດປະຈຸບັນ). ທ່ານພົນຈັດຕະວາ ຫງວຽນຊວນນັງ ຜູ້ອຳນວຍການຫໍພິພິທະພັນປະຫວັດສາດກອງທັບ ຫວຽດນາມ ໃຫ້ຮູ້ວ່າ:
        “ຈຸດພົ້ນເດັ່ນທີ່ສຸດຂອງງານວາງສະແດງຄັ້ງນີ້ ແມ່ນພວກຂ້າພະເຈົ້າໄດ້ແນະນຳກ່ຽວກັບຄວາມສາມັກຄີ, ການຮ່ວມສຳພັນສູ້ຮົບລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ ໃນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ ສະແດງໃຫ້ເຫັນຜ່ານບັນດາການສູ້ຮົບໃຫຍ່ ຊຶ່ງ 3 ປະເທດ ໄດ້ສົມທົບກັນ ປະຕິບັດ. ງານວາງສະແດງຄັ້ງນີ້ ກໍ່ມີຄວາມໝາຍເພື່ອແນໃສ່ໂຄສະນາ, ແນະນຳເຖິງສາມັນຊົນກ່ຽວກັບສາຍພົວພັນ ຫວຽດນາມ - ລາວ - ກຳ ປູເຈຍ. ”








 
ອະດີດເລຂາທິການໃຫຍ່ ເລຂາຟຽວ ເຂົ້າຮ່ວມພິທີ
      ງານວາງສະແດງແມ່ນການເຄື່ອນໄຫວແທດຈິງ ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/07/1977 – 18/07/2017). 55 ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05/09/1962 – 05/09/2017); 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳ ປູເຈຍ (24/06/1967 – 24/05/2017).
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top