• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົວພັນແລກປ່ຽນວັດທະນະທຳມິດຕະພາບ ຫວຽດນາມ - ລາວ ຢູ່ຝລັ່ງ

2 ຝ່າຍຄວນເສີມຂະຫຍາຍມູນເຊື້ອການຮ່ວມມື, ປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງແຮງ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ.

2 ຝ່າຍຄວນເສີມຂະຫຍາຍມູນເຊື້ອການຮ່ວມມື, ປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງແຮງ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ.

    

ທ່ານເອກອັກຄະລັດຖະທູດ ຫວຽດນາມ ດິງຕ່ວານທັງ ກ່າວຄຳເຫັນທີ່ພິທີ. (ພາບ: TTXVN)

ວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດງານພົວພັນແລກປຽນວັດທະນະທຳ ເພື່ອແນໃສ່ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຄວາມສາມັກຄື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022).

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດິງຕ່ວານທັງ ໄດ້ເນັ້ນໜັກເຖິງຄວາມໝາຍພິເສດຂອງປີ 2022, ເມື່ອ ຫວຽດນາມ ແລະ ລາວ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ຄວາມສາມັກຄື ຫວຽດນາມ - ລາວ. ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ 2 ປະເທດ ລາວ ແລະ ຫວຽດນາມ ໄດ້ຜ່ານຜ່າສິ່ງທົດສອບນາໆປະການ, ເພີ່ມພູນຄຸນສ້າງຜ່ານຫຼາຍລຸ້ນຄົນ, ກາຍເປັນສັບສົມບັດອັນລ້ຳຄ່າຂອງ 2 ຊາດ. 2 ຝ່າຍຄວນເສີມຂະຫຍາຍມູນເຊື້ອການຮ່ວມມື, ປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງແຮງ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ; ສົມທົບກັນ, ໜູນຊ່ວຍເຊິ່ງກັນແລະກັນຢູ່ບັນດາອົງການຕາງໜ້າຂອງ 2 ປະເທດ; ພ້ອມກັນປະເທດໜ້າທີ່ໃຫ້ເປັນຢ່າງດີ ເພື່ອຮັບໃຊ້ຜົນປະໂຫຍດຂອງແຕ່ລະປະເທດ ແລະ ຂອງປະຊາຄົມອາຊຽນ.

(ແຫຼ່ງຄັດຈາກ VOV)

ຈົດໝາຍອວຍພອນການນຳ ສປປ ລາວ

ຈົດໝາຍອວຍພອນການນຳ ສປປ ລາວ

ວັນ​ທີ 5 ຕຸ​ລາ​, ທີ່​ກອງ​ປະ​ຊຸມ​ສະ​ໄໝສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ X ຂອງ ສປປ ລາວ ໄດ້​ເລືອກ​ຕັ້ງ​ທ່ານ ສອນ​ໄຊ ສີ​ພັນ​ດອນ ດຳ​ລົງ​ຕຳ​ແໜ່ງ​​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ດຳ​ລົງ​ຕຳ​ແໜ່ງ​​ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ​ປະ​ເທດ ສປປ ລາວ​.

Top