ງານບຸນ ຕື່ເລືອງເຊິມ ປີ 2026 ສະເຫຼີມສະຫຼອງ 1088 ປີແຫ່ງວັນໄຊຊະນະ ແບັກດັ່ງ ປະຫວັດສາດ ແລະ 1082 ປີແຫ່ງວັນເຖິງແກ່ມໍລະນະກຳຂອງ ດຶກເວືອງໂງກວ່ຽນ ໄດ້ຈັດຂຶ້ນໃນ 4 ວັນ, ແຕ່ວັນທີ 02 – 0 5 ມີນາ (ກົງກັບວັນທີ 14 – 17 ເດືອນ ຈຽງ ໄລ່ຕາມຈັນທະປະຕິທິນ) ຢູ່ກຸ່ມປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ຕືເລືອງເຊິມ, ຕາແສງ ດົງຫາຍ, ນະຄອນ ຫາຍຟ່ອງ.
ຕືເລືອງເຊິມ ແມ່ນປູຊະນີຍະສະຖານລະດັບຊາດພິເສດ, ແຫ່ງບູຊາ ດຶກເວືອງໂງກວ່ຽນ - ເປັນນັກວິລະຊົນແຫ່ງຊາດຊີ້ນຳນຳພາກອງທັບ ແລະ ປະຊາຊົນສ້າງເປັນໄຊຊະນະ ແບັກດັ່ງ ປີ 938, ເປີດສັງກາດເອກະລາດ, ເປັນເຈົ້າຕົນເອງຢ່າງຍາວນານຂອງຊາດ ຫວຽດນາມ. ທ່ານນາງ ຫງວຽນແຄັງຈີ, ຮອງຫົວໜ້າຄະນະກຳມະການປະຊາຊົນຕາແສງ ດົງຫາຍ, ຮອງຫົວໜ້າຄະນະຈັດງານບຸນ ຕືເລືອງເຊິມ, ປີ 2026 ໃຫ້ຮູ້ວ່າ:
“ນີ້ແມ່ນປີທຳອິດຈັດງານບຸນໃນເງື່ອນໄຂປະຕິບັດຮູບແບບອຳນາດການປົກຄອງ 2 ຂັ້ນ. ດ້ວຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ການເຂົ້າຮ່ວມຢ່າງຄົບຊຸດຂອງທັງລະບົບການເມືອງ, ມາຮອດປະຈຸບັນ, ທຸກເງື່ອນໄຂພື້ນຖານພິທີໄຂໃນວັນທີ 03 ມີນາ ໄດ້ຈັດຂຶ້ນຢ່າງເຄັ່ງຂຶມ ແລະ ຖືກຕາມຂໍ້ກຳນົດທີ່ເປັນມູນເຊື້ອ”.







