• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານຕະຫຼາດນັດການຄ້າລະຫວ່າງຫວຽດນາມ - ລາວ ປີ 2018

      ງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2018 ການເຄື່ອນໄຫວນອນໃນຂອບເຂດການສົ່ງເສີມການຄ້າແຫ່ງຊາດ, ແມ່ນການເຄື່ອນໄຫວເສດຖະກິດ, ການເມືອງ - ສັງຄົມ ທີ່ສຳຄັນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ.

ທີ່ການປະຊຸມຂ່າວ
      ຕອນບ່າຍວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ກະຊວງປ້ອງກັນປະເທດຫວຽດນາມສົມທົບກັບກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ, ກະຊວງອຸດສາຫະກຳ - ການຄ້າ ແລະ ກະຊວງປ້ອງກັນປະເທດລາວ ຈັດຕັ້ງການປະຊຸມຂ່າວ ເພື່ອແຈ້ງໃຫ້ຊາບກ່ຽວກັບງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2018.
        ດ້ວຍຫົວຂໍ້ວ່າ “ຮ່ວມມື, ມິດຕະພາບ ແລະພັດທະນາ”, ງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2018 ແມ່ນການເຄື່ອນໄຫວນອນໃນຂອບເຂດການສົ່ງເສີມການຄ້າແຫ່ງຊາດ, ແມ່ນການເຄື່ອນໄຫວເສດຖະກິດ, ການເມືອງ - ສັງຄົມ ທີ່ສຳຄັນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ.
        ງານຕະຫຼາດນັດມີການເຂົ້າຮ່ວມຂອງບັນດາຫົວໜ່ວຍ, ວິສາຫະກິດສອງປະເທດ ຫວຽດນາມ - ລາວ ກວ່າ 120 ແຫ່ງ, ດ້ວຍຮ້ານວາງສະແດງ ກວ່າ  200 ຮ້ານ ໄດ້ແນະນຳຮູບພາບກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ ແລະ ຮູບພາບກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການອອກແຮງງານດຳເນີນການຜະລິດ, ສ້າງເສດຖະກິດ ແລະ ສ້າງສາປະເທດຊາດ. ງານຕະຫຼາດນັດຈະດຳເນີນແຕ່ວັນທີ 28 ມິຖຸນາ - 2 ກໍລະກົດ 2018 ຢູ່ສູນການຄ້າລາວ Itec ທີ່ນະຄອນຫຼວງວຽງຈັນ.
 (ແຫຼ່ງຄັດຈາກ VOV)
 

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top