• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດວ່າ ຈະມີ 5 ຂະແໜງເສດຖະກິດສວມບົດບາດພາທາງເພື່ອໃຫ້ເສດຖະກິດ ຫວຽດນາມ ເຕີບໂຕຢ່າງກະໂດດຂັ້ນໃນປີ 2022

      ຈະມີ 5 ຂະແໜງເສດຖະກິດພາທາງໃນປີ 2022 ຈະມາເຖິງ. ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາໃນເວທີປາໄສວິສາຫະກິດ ປີ 2022 ດ້ວຍຫົວຂໍ້ “ສັງເກດຕະຫຼາດ ແລະ ແບບວິທີຮັບມື” ເຊິ່ງຖືກຈັດຂຶ້ນໃນຕອນບ່າຍວັນທີ 23 ພະຈິກ ຢູ່ຮ່າໂນ້ຍ.
ເວທີປາໄສວິສາຫະກິດ ປີ 2022 ດ້ວຍຫົວຂໍ້ “ສັງເກດຕະຫຼາດ ແລະ ແບບວິທີຮັບມື” (ພາບ: hanoimoi.com.vn)
      ລະອຽດ, ຕາມທ່ານ ຫງວຽນຊວັນກວາງ, ຮອງຜູ້ອຳນວຍການສູນຄາດຄະເນເສດຖະກິດ - ສັງຄົມແຫ່ງຊາດ ແລ້ວ, ແຜນການເຕີບໂຕເສດຖະກິດ ອາດຈະຢູ່ໃນລະດັບປະມານ 5,8 – 6,5% ໃນປີ 2022. ຄາດວ່າ ຈະມີ 5 ກຸ່ມຂະແໜງການທີ່ສວມບົດບາດພາທາງໃນພື້ນຖານເສດຖະກິດ ຫວຽດນາມ ປີ 2022. ລະອຽດແມ່ນກຸ່ມຂະແໜງທີ່ສວມບົດບາດຈຸດສຸມນັ້ນແມ່ນ: ກຸ່ມຂະແໜງກໍ່ສ້າງພື້ນຖານໂຄງລ່າງ, ປ່ຽນແປງໃໝ່ປະດິດຄິດສ້າງພັດທະນາເຕັກນິກດີຈີຕອນ ແລະ ຄວາມຕ້ອງການກ່ຽວກັບວັດສະດຸກໍ່ສ້າງ; ກຸ່ມທີສອງແມ່ນ ເອເລັກໂຕນິກ, ຕຳແຜ່ນຕັດຫຍິບ, ສິນໃນນ້ຳ, ໄມ້ ແລະ ຜະລິດຕະພັນຈາກໄມ້, ຢາງພາລາ, ເຫຼັກກ້າ. ກຸ່ມທີສາມແມ່ນ ຂະແໜງສະບຽງອາຫານ ແລະ ເຄື່ອງດື່ມ, ການຂ່າຍຍ່ອຍ ແລະ ຂະແໜງການບິນ. ກຸ່ມທີ 4 ແມ່ນ ການຄ້າເອເລັກໂຕນິກ ແລະ logistics ແລະ ກຸ່ມສຸດທ້າຍແມ່ນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ.
 (ແຫຼ່ງຄັດຈາກ VOV)
 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top