• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄັ້ງ​ທຳ​ອິດປະ​ກາດ​ດັດ​ຊະ​ນີ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ເອ​ກະ​ຊົນ

ໝາກ​ຜົນ​ການ​ທົດ​ລອງ BPI ປີ 2025 ໄດ​້​ຊີ້​ໃຫ້​ເຫັນ​ວ່າ ນະ​ຄອນ ໂຮ່​ຈີ​ມິນ ນຳ​ໜ້າ ດ້ວຍ 5,67 ຄະ​ແນນ, ຖັດ​ມາ​ແມ່ນນະ​ຄອນ ຮ່າ​ໂນ້ຍ ແລະ ກວາງ​ນິງ.
  ທ່ານ​ ໂຮ່​ສີ​ຮຸ່ງ ປະ​ທານ VCCI ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ  

ຕອນ​ເຊົ້າ​ວັນ​ທີ 15 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ໄດ້​ຈັດ​ພິ​ທີ​ປະ​ກາດ​ບົດ​ລາຍ​ງານ​ເສດ​ຖະ​ກິດ​ເອ​ກະ​ຊົນ ຫວຽດ​ນາມ ປີ 2025 ແລະ ດັດ​ຊະ​ນີ​ກຳ​ລັງ​ແກ້ງ​ແຍ້ງ​ຂັ້ນ​ແຂວງ ປີ 2025 (PCI). ເຫດ​ການ​ໄດ້​ດຳ​ເນີນ​ໃນ​ຈຸດ​ເວ​ລາ​ຄົບ​ຮອບ 1 ປີ​​ປະ​ກາດ​ໃຊ້ ມະ​ຕິ​ສະ​ບັບ​ເລກ​ທີ 68 – NQ/TW ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊາດ. ພ້ອມ​ດຽວ​ກັນ​ນັ້ນ, ນີ້​ກໍ​ແມ່ນ​ໄລ​ຍະ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ກົງ​ຈັກ​ການ​ຈັດ​ຕັ້ງ ແລະ ລະ​ບອບ​ລະ​ບຽບ​ການ, ນ​ະ​ໂຍ​ບາຍ​ຄັ້ງ​ໃຫຍ່. ເມື​່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ ໂຮ່​ສີ​ຮຸ່ງ ປະ​ທານ VCCI ໄດ້​ເຕື້ອງ​ເຖິງ​ບັນ​ດາ​ເນື້​ອ​ໃນ​ສຳ​ຄັນ​ຂອງ​ບົດ​ລາຍ​ງານ, ນັ້ນ​ແມ່ນ:

“ທີ​ໜຶ່ງ​ແມ່ນ, ​ເສດ​ຖະ​ກິ​ດ​ພາກເອ​ກະ​ຊົນ ຫວຽດ​ນາມ ໄດ້​ຜ່ານ​ໄລ​ຍະ​ປ້ອງ​ກັນ​ຕົວ ແລະ ພວມ​ກຽມ​ພ້ອມ​ບຸກ​ທະ​ລຸ. ທີ​ສອງ​ແມ່ນ, ​ການປະ​ຕິ​ຮ​ູບ​ລະ​ບອບ​ລະ​ບຽບ​ການ​​ໄປ​ຖືກ​ທິດ, ແຕ່​ໄລ​ຍະ​ຫ່າງ​ລະ​ຫວ່າງ​ການ​ອອກ​ແບບ​ນະ​ໂຍ​ບາຍ​ຢູ່​ຂັ້ນ​ສູນ​ກາງ ແລະ ກຳ​ລັງ​ຄວ​າ​ມ​ສາ​ມາດ​ປະ​ຕິ​ບັດ​ຢູ່​ຂັ້ນ​ຮາກ​ຖານ​ແມ່​ນ​ຍັງ​ໃຫຍ່​ທີ່​ສຸດ. ນີ້​ແມ່ນ​ກຳ​ລັງ​ບົ່ມ​ຊ້ອນ​ປະ​ຕິ​ຮູ​ບ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ. ທີ​ສາມ​ແມ່ນ, ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ ມ​ີ​ວິ​ສາ​ຫະ​ກິດ 2 ລ້ານ​ແຫ່ງ​ໃນ​ປີ 2030 ນັ້ນ, ພວກ​ເຮົາ​ຕ້ອງ​ຫັນ​ຈາກ​ຈິນ​ຕະ​ນາ​ການ​ບໍ​ລິ​ຫານ​ໄປ​ສູ່​ຈິນ​ຕະ​ນາ​ການ​ຮ່ວມ​ເດີນ​ທາງ, ຈາກ​ການຫຼຸດ​ຜ່ອນ​ຄວາມ​ສັບ​ສົນ​ດ້ານ​ລະ​ບຽບ​ການ ໄປ​ສູ່​ການ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ”.

ພ້​້ອມ​ກັບ​ບົດ​ລາຍ​ງານ​ເສດ​ຖະ​ກິດ​ເອ​ກະ​ຊົນ ຫວຽດ​ນາມ, ເປັນ​ຄັ້ງ​ທຳ​ອິດ​ທີ່ VCCI ປະ​ກາດ​ດັດ​ຊະ​ນີ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ເອ​ກະ​ຊົນ (BPI). ໝາກ​ຜົນ​ການ​ທົດ​ລອງ BPI ປີ 2025 ໄດ​້​ຊີ້​ໃຫ້​ເຫັນ​ວ່າ ນະ​ຄອນ ໂຮ່​ຈີ​ມິນ ນຳ​ໜ້າ ດ້ວຍ 5,67 ຄະ​ແນນ, ຖັດ​ມາ​ແມ່ນນະ​ຄອນ ຮ່າ​ໂນ້ຍ ແລະ ກວາງ​ນິງ.

(ແຫຼ່ງຄັດຈາກ VOV)

ເລີ່ມ​ເຄື່ອນ​ໄຫວ​ວິ​ວັດ​ການ​ນຳ​ເຝີ ຫວຽດ ແຜ່​ກະ​ຈາຍ​ຢູ່ ເອີ​ຣົບ

ເລີ່ມ​ເຄື່ອນ​ໄຫວ​ວິ​ວັດ​ການ​ນຳ​ເຝີ ຫວຽດ ແຜ່​ກະ​ຈາຍ​ຢູ່ ເອີ​ຣົບ

“ວິ​ວັດ​ການ​ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ​ ເຝີ ຫວຽດ​ ຢູ່ ເອີ​ຣົບ ປີ 2026” (Pho Cultural Roadshow Europe 2026) ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ​ມິ​ຖຸ​ນາ ຮອດ​ກາງ​ເດືອນ ກໍ​ລະ​ກົດ 2026, ໂດຍ​​ໄປ​ຜ່ານ 7 ສະ​ຖານ​ທີ່: ໂປ​ໂລຍ, ສະ​ໂລ​ວາ​ກີ, ໂອ​ຕາ​ລິດ, ຮຸງ​ກາ​ຣີ, ສ. ເຊັກ​ໂກ ແລະ ເຢຍ​ລະ​ມັນ.

Top