• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ຜູ້​ແທ​ນ ນະ​ຄອນ​ຮ່າ​ໂນ້ຍ ໄປຢ້ຽ​ມ​ຢາມ​ສິງ​ກະ​ໂປ

ໃນເວລາຢ້ຽມຢາມສິງກະໂປ, ຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ມີການພົບປະກັບການນຳລັດຖະບານແລະ ບັນດາກະຊວງ, ຂະແໜງການຂອງ ສິງກະໂປ, ພົບປະ ແລະ ເຮັດວຽກກັບນັກຈັດຕັ້ງ ແລະ ຄູ່ຮ່ວມມື ຂອງການແຂ່ງຂັນລົດ F1 ຈຳນວນໜຶ່ງ.

ທ່ານ ຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ທ່ານ Chase Carey ຜູ້ອຳນວຍການທັງເປັນປະທານ ຂອງບໍລິສັດ  Formula One (ພາບ: hanoimoi.com.vn)

ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານສິງກະໂປ, ນັບແຕ່ວັນທີ 21 – 23 ກັນຍາ, ຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ນຳໂດຍທ່ານ ຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສິງກະໂປ ເພື່ອສຳຫຼວດ ແລະ ຊຸກຍູ້ການຮ່ວມມືກັບສິງກະໂປ ແລະ ບັນດາຄູ່ຮ່ວມມືທີ່ມີປະສົບການເຂົ້າຮ່ວມວຽກງານຈັດຕັ້ງການແຂ່ງລົດ F1 ຢູ່ ຫວຽດນາມ ກໍ່ຄືພົບປະກັບວິສາຫະກິດໃຫຍ່ ຂອງສິງກະໂປ ແລະ ໂລກ ເພື່ອສົ່ງເສີມການຮ່ວມມືລົງທຶນເຂົ້າຮ່າໂນ້ຍ. ໃນເວລາຢ້ຽມຢາມສິງກະໂປ, ຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ມີການພົບປະກັບການນຳລັດຖະບານແລະ ບັນດາກະຊວງ, ຂະແໜງການຂອງ ສິງກະໂປ, ພົບປະ ແລະ ເຮັດວຽກກັບນັກຈັດຕັ້ງ ແລະ ຄູ່ຮ່ວມມື ຂອງການແຂ່ງຂັນລົດ F1 ຈຳນວນໜຶ່ງ. ພ້ອມກັນນັ້ນ, ກໍ່ມີການພົບປະແລກປ່ຽນກັບບັນດານັກລົງທຶນໃຫຍ່ຄື: ກຸ່ມບໍລິສັດ ROK, ຜູ້ປະສານງານພາກພື້ນອາຊີ ຂອງ Grab ແລະ ຜູ້ອຳນວຍການບໍລິສັດ ຕົ້ນໄມ້ຂຽວຂອງ ສິງກະໂປ.
(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top