• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊ​ຸມສະ​ມັດ​ສະ​ໃຫຍ່ IPU-146

ຕອນຄ່ຳວັນທີ 11 ມີນາ ຕາມເວລາທ້ອງຖິ່ນ, ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາສາກົນ (IPU) ຄັ້ງທີ 146 ໄດ້ໄຂຂຶ້ນຢ່າງສົມກຽດ ຢູ່ນະຄອນ Manama ຂອງ ບາເຣນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 2000 ທ່ານ ມາຈາກເກືອບ 140 ປະເທດ.
  ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ເປັນຫົວໜ້າຄະນະ ເຂົ້າຮ່ວມພິທີໄຂ (ພາບ: TTXVN)  

ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ເປັນຫົວໜ້າຄະນະ ເຂົ້າຮ່ວມພິທີໄຂ. ກ່ອນໜ້ານັ້ນ, ຄະນະຜູ້ແທນ ຫວຽດນາມ ກໍໄດ້ເຂົ້າຮ່ວມກອງປະຊຸມ ອາຊຽນ + 3 ແລະ ກອງປະຊຸມກຸ່ມພູມີສາດການເມືອງ ອາຊີ - ປາຊີຟິກ; ເຂົ້າຮ່ວມເວທີປາໄສສະມາຊິກລັດຖະສະພາຍິງ. ພາຍຫຼັງພິທີໄຂ, ຄະນະຜູ້ແທນ ຫວຽດນາມ ຈະເຂົ້າຮ່ວມວາລະປະຊຸມຄົບຄະນະຂອງສະມັດຊາໃຫຍ່, ສະພາບໍລິຫານ, ບັນດາກຳມາທິການປະຈຳການ, ເວທີປາໄສສະມາຊິກລັດຖະສະພາໜຸ່ມ ແລະ ບັນດາການເຄື່ອນໄຫວຢູ່ນອກກອງປະຊຸມ.

ກອງປະຊຸມສະມັດຊາໃຫຍ່ IPU- 146 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ໄດ້ດຳເນີນແຕ່ວັນທີ 11 – 15 ມີນາ, ໂດຍສຸມໃສ່ປຶກສາຫາລືຫົວຂໍ້ລວມ “ຊຸກຍູ້ການຮ່ວມດຳລົງຊີວິດໃນສັນຕິພາບ ແລະ ບັນດາສັງຄົມປົກຄຸມ: ຕ້ານການປະກົດການບໍ່ໂອບເອື້ອອາລີ”. ບັນດາຜູ້ແທນຈາກລັດຖະສະພາຕ່າງໆ ຈະເຂົ້າຮ່ວມຫຼາຍວາລະປະຊຸມສຳຄັນ. ພ້ອມດຽວກັນນັ້ນ ກໍຈະປຶກສາຫາລື, ຕັດສິນ ແລະ ຮັບຮອງເອົາຮ່າງມະຕິວ່າດ້ວຍ “ການບຸກໂຈມຄີທາງເຄືອຂ່າຍອິນເຕີເນັດ ແລະ ອາດຊະຍາກອນທາງອິນເຕີເນັດ: ບັນດາຄວາມສ່ຽງໃໝ່ສຳລັບຄວາມໝັ້ນຄົງທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top