ຂ່າວສານ
ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດເນາມເຂົ້າຮ່ວມຫຼາຍກິດຈະກຳຢູ່ກອງປະຊຸມສົນທະນາ Shangri – La
ທີ່ການພົບປະສອງຝ່າຍກັບທ່ານພົນເອກ Robert Brieger, ປະທານຄະນະກຳມະການການທະຫານ ສະຫະພາບເອີຣົບ (EU), ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານປະທານຄະນະກຳມະການການທະຫານສະຫະພາບເອີຣົບ ຕີລາຄາສູງຕໍ່ຜົນການຮ່ວມມືໃນຂົງເຂດປ້ອງກັນປະເທດໃນໄລຍະຜ່ານມາ, ປະກອບສ່ວນເພື່ອສັນຕິພາບ, ການຮ່ວມມື, ພັດທະນາບົນພື້ນຖານສັນຍາຮ່ວມມືແລະ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພາບເອີຣົບ (PCA) ແລະ ສັນຍາລະຫວ່າງ ຫວຽດນາມ ກັບ ສະຫະພາບເອີຣົບ ກ່ຽວກັບການສ້າງຂອບເຂດເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຄຸ້ມຄອງວິກິດການ ຂອງສະຫະພາບເອີລົບ (FPA). ສອງຝ່າຍໄດ້ຈັດກອງປະຊຸມສົນທະນາດ້ານການປ້ອງກັນຊາດປ້ອງກັນຄວາມສະຫງົບ ຄວາມໝັ້ນຄົງຄັ້ງທີ 3 ໃນວັນທີ 12 ພຶດສະພາຜ່ານມາ.
ທີ່ການພົບປະກັບທ່ານ James Crabtree, ຜູ້ອໍານວຍການພາກພື້ນ ອາຊີ ຂອງ ສະຖາບັນສາກົນຄົ້ນຄວ້າຍຸດທະສາດ (IISS), ຫົວໜ່ວຍຈັດກອງປະຊຸມສົນທະນາ Shangri – La, ທ່ານພົນໂທ ຮວ່າງຊວັນຈຽນ ກໍສະແດງຄວາມຍິນດີ ທີ່ IIS ແລະ ກະຊວງປ້ອງກັນປະເທດ ສິງກະໂປ ຈັດກອງປະຊຸມສົນທະນາ Shangri – La ຄັ້ງທີ 20.







