• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ກຳ​ມະ​ການ ອາ​ຊຽນ ປະ​ຈຳ ກຸຍ​ບາ ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​​ຕ​ໍ່ ຄອບ​ຄົວ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ໄຟ​ໄໝ້​ສາງ​ນ້ຳ​ມັນ

ເຫດວິນາດສະກຳດ້ານອຸດສາຫະກຳໃຫຍ່ທີ່ສຸດໃນປະຫວັດສາດຂອງ ກຸຍບາ ມາຮອດປັດຈຸບັນ ໄດ້ເຮັດໃຫ້ 1 ຄົນເສຍຊີວິດ, 14 ຄົນຫາຍສາບສູນ ແລະ 128 ຄົນໄດ້ຮັບບາດເຈັບ, ໃນນັ້ນມີ 7 ຄົນຢູ່ໃນອາການໂຄມາ.

ເຫດວິນາດສະກຳດ້ານອຸດສາຫະກຳໃຫຍ່ທີ່ສຸດໃນປະຫວັດສາດຂອງ ກຸຍບາ ມາຮອດປັດຈຸບັນ ໄດ້ເຮັດໃຫ້ 1 ຄົນເສຍຊີວິດ, 14 ຄົນຫາຍສາບສູນ ແລະ 128 ຄົນໄດ້ຮັບບາດເຈັບ, ໃນນັ້ນມີ 7 ຄົນຢູ່ໃນອາການໂຄມາ.

   

ສະຖານທີ່ເກີດເຫດ (ພາບ: AFP/TTXVN)

ວັນທີ 10 ສິງຫາ, ຄະນະກຳມະການ ອາຊຽນ ປະຈຳ Habana, ກູຍບາ (ACHC) ໄດ້ສົ່ງຄຳສະແດງຄວາມເສົ້າສະຫຼົດໃຈຕໍ່ລັດຖະບານ ແລະ ປະຊາຊົນ ປະເທດເກາະ Caribe ຕໍ່ຜົນເສຍຫາຍທາງດ້ານຊີວິດອິນຊີ ແລະ ຊັບສິນໃນເຫດໄຟໄໝ້ສາງນ້ຳມັນຢູ່ແຄມອ່າວ Matnanzas. ໃນສານໄດ້ສົ່ງໄປຍັງສຳນັກຂ່າວສານ Prensa Latina, ທ່ານນາງເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ກຸຍບາ Nana Yuliana ປະທານ ACHC ໄດ້ຕາງໜ້າບັນດາປະເທດສະມາຊິກອາຊຽນ ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ຕໍ່ຍາດຕິພີ່ນ້ອງຂອງ ຜູ້ຫາຍສາບສູນໃນເຫດລະເບີດ. ACHC ຫວັງວ່າ ກຸຍບາ ຈະຟື້ນຟູໂດຍໄວ ພາຍຫຼັງເຫດການດັ່ງກ່າວ.

ເຫດວິນາດສະກຳດ້ານອຸດສາຫະກຳໃຫຍ່ທີ່ສຸດໃນປະຫວັດສາດຂອງ ກຸຍບາ ມາຮອດປັດຈຸບັນ ໄດ້ເຮັດໃຫ້ 1 ຄົນເສຍຊີວິດ, 14 ຄົນຫາຍສາບສູນ ແລະ 128 ຄົນໄດ້ຮັບບາດເຈັບ, ໃນນັ້ນມີ 7 ຄົນຢູ່ໃນອາການໂຄມາ.

(ແຫຼ່ງຄັດຈາກ VOV)

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ມື້ນີ້ສະເຫຼີມສະຫຼອງ 138 ປີແຫ່ງວັນແຮງງານສາກົນ (01/05/1886- 01/05/2024)., ປັດຈຸບັນ ຢູ່ ຫວຽດນາມຊົນຊັ້ນກຳມະກອນ ກວມເອົາກ່ວາ 14% ປະຊາກອນ, ສວມບົດບາດແມ່ນກຳລັງນຳໜ້າໃນພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ, ເປັນທັນສະໄໝ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປົ້າໝາຍຍົກສູງຄຸນທາດການເມືອງ, ລະດັບຄວາມຮູ້, ທັກສະອາຊີບ, ສ້າງຊົນຊັ້ນກຳມະກອນ ຫວຽດນາມ ນັບມື້ນັບທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ.

Top