• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບຢູ່ ເວເນຊູເອລາ

ໄຊຊະນະອັນຍິ່ງໃຫຍ່ຂອງລະດູບານໃໝ່ 1975 ແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາຂອງຊາດ ຫວຽດນາມ.
(ທີ່ພິທີສະເຫຼີມສະຫຼອງ)

ວັນທີ 30 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Caracas, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດພິທີສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2024) ຢ່າງສົມກຽດ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ຫວູຈຸງມີ້ ເນັ້ນໜັກວ່າ, ໄຊຊະນະອັນຍິ່ງໃຫຍ່ຂອງລະດູບານໃໝ່ 1975 ແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາຂອງຊາດ ຫວຽດນາມ. ເພື່ອຍາດໄຊຊະນະດັ່ງກ່າວກໍ່ຍ້ອນມີນ້ຳໃຈສາມັກຄີຢ່າງຈິງໃຈ, ການສະໜັບສະໜູນ, ຊ່ວຍເຫຼືອກັນຢ່າງໃຫຍ່ຫຼວງຂອງບັນດາກຳລັງທີ່ກ້າວໜ້າ, ຂອງປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກ, ໃນນັ້ນ ມີບັນດາປະເທດ ອາເມລິກາ ລາຕິນ ແລະ ເວເນຊູເອລາ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ​ຄົນ​ໃໝ່ Lawrence Wong ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ​ຄົນ​ໃໝ່ Lawrence Wong ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ

ວັນທີ 15 ພຶດສະພາ, ທ່ານ Lawrence Wong ນາຍົກລັດຖະມົນຕີຄົນທີ 4 ຂອງ ສິງກະໂປ, ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ ທີ່ຖືກຈັດຂຶ້ນຢູ່ທຳນຽບ Istana.

Top