• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຮ່າໂນ້ຍຢ້ຽມຢາມແລະເຮັດວຽກຢູ່ນະຄອນSeoul,ສ.ເກົາຫຼີ

ຊຸມ​ວັນ ຮ້າ​ໂນ້ຍ ຢູ່ Seoul 2016
(ພາບ: hanoimoi.com.vn)
      ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ສະພາ ​ແລະ ອຳນາດ​ການ​ປົກຄອງ​ນະຄອນ Seoul (ສ.​ເກົາຫຼີ), ຄະນະ​ຜູ້​ແທນ​ນະຄອນ ຮ່າ​ໂນ້ຍ ​ໂດຍ​ທ່ານ ຫງວຽນ​ງອກ​ຕ໋ວນ ຮອງ​ປະທານ​ຜູ້ປະຈຳ​ການສະພາ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ນຳ​ໜ​້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ Seoul ​ໃນ​ລະຫວ່າງ​ວັນ​ທີ 17 – 21/08, ພ້ອມທັງ​ສົມທົບກັນ​ຈັດ​ຕັ້ງລາຍການ “ຊຸມ​ວັນ ຮ້າ​ໂນ້ຍ ຢູ່ Seoul 2016” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນສ້າງຕັ້ງການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ນະຄອນ (1996 - 2016). ວັນ​ທີ 18/08 ຄະນະ​ຜູ້​ແທນ ຮ່າ​ໂນ້ຍ ​ໄດ້ພົບ​ປະ​ເຈລະຈາ ​ແລະ ​ເຮັດ​ວຽກ​ກັບ​ທ່ານ Yang Chun-uk ປະທານ​ສະພາ​ນະຄອນ Seoul ​ແລະ​ ທ່ານ Ryu Gyeong – Gi ຮອງ​ເຈົ້າ​ຄອງຜູ້​ທີ່​ໜຶ່ງ​ນະຄອນ Seoul. ທີ່​ບັນດາ​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້ຫວນ​ຄືນ​ສະພາບ​ການ​ຮ່ວມ​ມື ​ໃນ 20 ປີຜ່ານມາ ​ແລະ ​ຜັນ​ຂະຫຍາ​ຍບັນດາ​ເອກະສານ ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້ລົງ​ນາມ​ແລ້ວ; ພ້ອມ​ທັງ​ກຳ​ນົກ​ຈຸດ​ສຸມ ​ແລະ ທິດ​ທາງ​ພັດທະນາ​ການ​ຮ່ວມ​ມື​ໃຫ້​ໄລຍະ​ຕໍ່​ໄປ. ການ​ນຳ​ນະຄອນ Seoul ຢືນຢັນ​ວ່າ: Seoul ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ກຳ​ນົດ ຮ່າ​ໂນ້ຍ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ ​ເຊິ່ງນະຄອນ Seoul ປາດ​ຖະໜາ​ຢາກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ໃນ​ຫລາ​ຍຂົງ​ເຂດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top