ແຕ່ວັນທີ 15 – 17 ກັນຍາ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ນຳໜ້າໄດ້ໄປຢ້ຽມຢຽມ ແລະ ເຮັດວຽກຢູ່ລາຊະອານາຈັກ ແບນຊິກ ແລະ ສະຫະພາບ ເອີລົບ (ອີຢູ), ເປີດໂອກາດໃໝ່ໃຫ້ແກ່ການຮ່ວມມືລັດຖະສະພາ, ເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ກັບ ແບນຊິກ ແລະ ອີຢູ.
ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 17 ກັນຍາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຮັດວຽກກັບທ່ານ Younous Omarjee, ຮອງປະທານລັດຖະສະພາ ເອີລົບ (EP). ທີ່ການເຮັດວຽກ, 2 ຝ່າຍເຫັນດີຕ້ອງສືບຕໍ່ໃຫ້ບຸລິມະສິດສູງເພື່ອຊຸກຍູ້ການພົວພັນຮ່ວມມື, ຈຸດສຸມແມ່ນຂົງເຂດການຄ້າ ແລະ ການລົງທຶນ, ໃນນັ້ນມີການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໃຫ້ມີປະສິດທິຜົນ, ເພີ່ມທະວີການຮ່ວມມືໃນຂົງເຂດມີທ່າແຮງຂອງ ອີຢູ; ທ່ານນາງ ຫງວຽນທິແທັງ ສະເໜີໃຫ້ EP ຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໃຫ້ສຳເລັດ.
ກ່ອນໜ້ານັ້ນ, ວັນທີ 16 ກັນຍາ, ຢູ່ສຳນັກງານສະພາສູງ ແບນຊິກ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ດຳເນີນການພົບປະສົນທະນາກັບທ່ານ Andries Gryffoy, ຮອງປະທານຜູ້ທີໜຶ່ງສະພາສູງສະຫະພັນ ແບນຊິກ.