• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຄະນະກຳມະການສັນຕິພາບ ແລະ ສາມັກຄີລາວເຄື່ອນໄຫວຢ້ຽມຢາມຫວຽດນາມ

      ທີ່ການຕ້ອນຮັບຄະນະຜູ້ແທນຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ ໃນຕອນບ່າຍວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ທັງເປັນ ຮອງປະທານຜູ້ຮັບຜິດຊອບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໂດນຕວັນຟອງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ

ທ່ານ ໂດນຕວັນຟອງ ຕ້ອນຮັບ ທ່ານສົມພັນ ແພງຄຳມີ
(ພາບ: thoidai.com.vn)
      ໂດຍ ທ່ານຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມາທິການສັນຕິພາບ ແລະ ສາມັກຄີລາວ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ລາວ - ຫວຽດນາມ ສົມພັນ ແພງຄຳມີ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານ ໂດນຕວັນຟອງ ໃຫ້ຮູ້ວ່າ ໃນຊຸມມື້ນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ທຸກຂັ້ນລ້ວນແຕ່ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອຊົມເຊີຍບັນດາເຫດການທີ່ມີຄວາມໝາຍຂອງສອງປະເທດ ຢູ່ບັນດາທ້ອງຖິ່ນຂອງຫວຽດນາມ. ທ່ານ ໂດນຕວັນຟອງ ຢັ້ງຢືນວ່າ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ທຸກຂັ້ນຈະສືບຕໍ່ມີບັນດາການປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.
 (ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top