ຄະນະປະຕິບັດງານເລກທີ 25, ລວມມີການນຳ , ນັກຂ່າວ 100 ຄົນຂອງບັນດາອົງການສື່ມວນຊົນ ແລະ ສະມາຄົມນັກຂ່າວ ຫວຽດນາມ ໄດ້ເລີ່ມເຄື່ອນໄຫວຢ້ຽມຢາມ ກອງທັບ ແລະປະຊາຊົນຢູ່ເມືອງເກາະເຈື່ອງຊາ ແລະ ສູນ DK 1
ຄະນະຜູ້ແທນການນຳ, ນັກຂ່າວຖ່າຍຮູບເປັນທີ່ລະນຶກ
ການຢ້ຽມຢາມ ກອງທັບ ແລະປະຊາຊົນຢູ່ເມືອງເກາະເຈື່ອງຊາ ແລະ ສູນ DK 1. ແມ່ນການເດີນທາງທີ່ມີຄວາມໝາຍພິເສດ, ບໍ່ພຽງແຕ່ສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 – 21/6/2025) ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຈິດໃຈ “ທຸກຄົນມຸ່ງໄປສູ່ທະເລໝູ່ເກາະອີກດ້ວຍ.
ຄະນະຜູ້ແທນນັກຂ່າວໂດຍທ່ານ ເລກວກມິນ, ຫົວໜ້າບັນນາທິການໃຫຍ່ໜັງສືພິ ເຍີນເຢີນ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມນັກຂ່າວຫວຽດນາມ ນຳໜ້າ. ທາງຝ່າຍກອງບັນຊາການທະຫານເຮືອເຂດ 2, ໂດຍພັນເອກ ໂດ້ຮົ່ງຢວຽນ, ຮອງຫົວໜ້າການເມືອງທະຫານເຮືອເຂດ 2 ເປັນຫົວໜ້າຄະນະ
ເນື່ອງໃນໂອກາດນີ້, ທ່ານ ໂງມິນຫຽນ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນວິທະຍຸກະຈາຍສຽງຫວຽດນາມ ເຂົ້າຮ່ວມການເດີນທາງ
ໃນຂອບເຂດການເຮັດວຽກ, ສະມາຄົມນັກຂ່າວຫວຽດນາມ ແລະ ບັນດາຫົວໜ່ວຍຮ່ວມເດເດີນທາງໄດ້ໜູນຊ່ວນເງິນ 1,7 ຕື້ດົ່ງ (ຫຼາຍກວ່າ 65.500 USD) ໃຫ້ແກ່ເຫຼົ່າທັບເຮືອ
(ແຫຼ່ງຄັດຈາກ VOV)