• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ຊົງ​ຈຳກ່ຽວ​ກັບ ດ້ຽນ​ບຽນ ຍັງ​ຝັງ​ເລິກ​ໃນ​ຈິດ​ສຳ​ນຶກ​ຂອງ​ລູກ​ຊາຍ​ນາຍ​ພົນ ເຫວີ​ຍ​ກົວ​ຊີງ

ໄຊຊະນະ ດ້ຽນບຽນຝູ ຍາມໃດກໍມີຄວາມໝາຍພິເສດສຳລັບ ຫວຽດນາມ ແລະ ທັງໂລກອີກດ້ວຍ. ໄຊຊະນະນີ້ ບັງຄັບໃຫ້ກອງທັບ ຝລັ່ງ ຕ້ອງຖອນທັບອອກຈາກ ອິນດູຈີນ. ໄຊຊະນະນີ້ ກໍສວມບົດບາດເປັນການລະດົມກຳລັງໃຈຢ່າງໃຫຍ່ຫຼວງຕໍ່ຂະບວນການປົດປ່ອຍຊາດໃນທົ່ວໂລກ.
ຮູບທ່ານ ເຫວີຍກົວຊີງ ແລະ ເຄື່ອງທີ່ລະນຶກ ກ່ຽວກັບດ້ຽນບຽນຝູ ຢູ່ເຮືອນຂອງທ່ານ ເຫວີຍແຊວອີ້ (ພາບ: VOV)

ໃນຊຸມປີ 1950, ສູນກາງພັກກອມມູນິດ ຈີນ ໄດ້ແຕ່ງຕັ້ງຄະນະທີ່ປຶກສາການທະຫານ, ໂດຍທ່ານ ເຫວີຍກົວຊີງ ເຫັນຫົວໜ້າຄະນະ ໄປຊ່ວຍເຫຼືອ ຫວຽດນາມ ຕີຂັບໄລ່ກອງທັບ ຝລັ່ງ. ຄວາມຊົງຈຳກ່ຽວກັບສະໜາມຮົບ ດ້ຽນບຽນຝູ ຍັງຝັງເລິກໃນຈິດສຳນຶກຂອງທ່ານ ເຫວີຍແຊວອີ້ - ລູກຊາຍຂອງນາຍພົນ ເຫວີຍກົວຊີງ ໄວ້ເໝືອນເດີມ, ເຖິງວ່າບັນດາຄວາມຊົງຈຳນັ້ນ ແມ່ນພຽງແຕ່ໄດ້ຮັບຟັງຜ່ານການເລົ່າຂອງພໍ່ ແລະ ການໄປທັດສະນະສຶກສາຢູ່ ຫວຽດນາມ ກ່ອນນີ້ 10 ປີ ເທົ່ານັ້ນ.

ທ່ານ ເຫວີຍແຊວອີ້ ມາຢາມ ດ້ຽນບຽນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 60 ປີ (1954 – 2014). ທ່ານໄດ້ໄປໄຫວ້ອາໄລບັນດານັກຮົບຫວຽດນາມທີ່ໄດ້ເສຍສະຫຼະຊີວິດ ເພື່ອຊາດ ຢູ່ ສຸສານ A1; ຢ້ຽມຢາມອະນຸສາວະລີ ໄຊຊະນະ ແລະ ບາງຮ່ອງຮອຍປະຫວັດສາດອື່ນໆ.

“ໂດຍໄດ້ຟັງພໍ່ເລົ່າກ່ຽວກັບບັ້ນຮົບ ດ້ຽນບຽນຝູ, ພາຍຫຼັງທີ່ຂ້າພະເຈົ້າໄດ້ໄປຢ້ຽມຢາມ ແລະ ເຫັນປະຈັກຕາແລ້ວ, ຂ້າພະເຈົ້າຈຶ່ງຮູ້ສຶກໄດ້ຢ່າງເລິກເຊິ່ງເຖິງຄວາມອົງອາດກ້າຫານ ແລະ ບໍ່ຫວາດຫວັ່ນຕໍ່ຄວາມສ່ຽງຄວາມອັນຕະລາຍເຖິງຊີວິດຂອງທະຫານຢູ່ແນວໜ້າ ໃນສະໄໝນັ້ນ.”

ຕາມທ່ານ ເຫວີຍແຊວອີ້ ແລ້ວ, ໄຊຊະນະ ດ້ຽນບຽນຝູ ຍາມໃດກໍມີຄວາມໝາຍພິເສດສຳລັບ ຫວຽດນາມ ແລະ ທັງໂລກອີກດ້ວຍ. ໄຊຊະນະນີ້ ບັງຄັບໃຫ້ກອງທັບ ຝລັ່ງ ຕ້ອງຖອນທັບອອກຈາກ ອິນດູຈີນ. ໄຊຊະນະນີ້ ກໍສວມບົດບາດເປັນການລະດົມກຳລັງໃຈຢ່າງໃຫຍ່ຫຼວງຕໍ່ຂະບວນການປົດປ່ອຍຊາດໃນທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top