• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມໝັ້ນຄົງໃນການເດີນທະເລທົ່ວໂລກ ນັບມື້ນັບປະສົບກັບສິ່ງທ້າທາຍຫຼາຍຢ່າງ

80% ການຄ້າທົ່ວໂລກໄດ້ຂົນສົ່ງຜ່ານທາງທະເລ, ສະນັ້ນ, ຄວາມໝັ້ນຄົງໃນການເດີນທະເລໄດ້ສວມບົດບາດເປັນຕາຍຕໍ່ເສດຖະກິດໂລກ.
ກ່ຳປັນຂົນສົ່ງນ້ຳມັນຢູ່ທະເລແດງ (ພາບປະກອບ: THX/TTXVN)

ໄພນາບຂູ່ແບບດັ້ງເດີມພ້ອມກັບບັນດາຄວາມສ່ຽງແບບໃໝ່ໃນຍຸກສະໄໝເຕັກໂນໂລຊີສູງ ພວມນາບຂູ່ເຖິງຄວາມໝັ້ນຄົງໃນການເດີນທະເລທົ່ວໂລກ. ຄຳກ່າວເຕືອນດັ່ງກ່າວ ໂດຍສະຫະປະຊາຊາດຍົກອອກມາຫວ່າງມໍ່ໆມານີ້ ໃນສະພາບຂາດສະຖຽນລະພາບໃນທົ່ວໂລກອັນໄດ້ພາໃຫ້ຄວາມໝັ້ນຄົງໃນການເດີນທະເລນັບມື້ນັບປະສົບກັບສິ່ງທ້າທາຍຫຼາຍຢ່າງ.

ຄຳກ່າວເຕືອນໂດຍສະຫະປະຊາຊາດຍົກອອກມາທີ່ວາລະປະຊຸມຂອງສະພາຄວາມໝັ້ນຄົງສາຫະປະຊາຊາດ ດ້ວຍຫົວຂໍ້ “ຄວາມໝັ້ນຄົງໃນການເດີນທະເລ: ສະກັດກັ້ນ, ປະດິດຄິດສ້າງ ແລະ ການຮ່ວມມືສາກົນໃນການຮັບມືກັບບັນດາສິ່ງທ້າທາຍທີ່ຫາກໍ່ປະກົດຂຶ້ນ” ເຊິ່ງໄດ້ຈັດຂຶ້ນໃນວັນທີ 11 ສິງຫາ. ນີ້ແມ່ນວາລະປຶກສາຫາລືເທື່ອທີ 2 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ ໃນໄລຍະກວ່າ 2 ເດືອນທີ່ຜ່ານມາ, ການກະທຳດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຄວາມວິຕົກກັງວົນທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຄົມສາກົນ ຕໍ່ໜ້າບັນດາສິ່ງທ້າທາຍໃນຂົງເຂດທີ່ສວມບົດບາດເປັນຕາຍຕໍ່ພື້ນຖານເສດຖະກິດທົ່ວໂລກ.

ໄພນາບຂູ່ແບບດັ້ງເດີມ

ທີ່ວາລະປຶກສາຫາລື, ທ່ານ Jose Raul Mulino, ປະທານາທິບໍດີ ປານາມາ, ປະເທດດຳລົງຕຳແໜ່ງປະທານໝູນວຽນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເດືອນສິງຫາ, ເນັ້ນໜັກວ່າ, 80% ການຄ້າທົ່ວໂລກໄດ້ຂົນສົ່ງຜ່ານທາງທະເລ, ສະນັ້ນ, ຄວາມໝັ້ນຄົງໃນການເດີນທະເລໄດ້ສວມບົດບາດເປັນຕາຍຕໍ່ເສດຖະກິດໂລກ. ເຖິງຢ່າງໃດກໍ່ຕາມ, ບັນດາບົດລາຍງານຫວ່າງມໍ່ໆມານີ້ຂອງສະຫະປະຊາຊາດ ແລະ ອົງການເດີນທະເລສາກົນ (IMO) ຊີ້ໃຫ້ເຫັນວ່າ ໂລກພວມຮັບຮູ້ຄວາມຂາດສະຖຽນລະພາບເພີ່ມຂຶ້ນ, ເປັນໜ້າວິຕົກກັງວົນຕໍ່ຄວາມໝັ້ນຄົງໃນການເດີນທະເລ  ບັນດາເຫດໂຈນສະລັກ ແລະ ປຸ້ນທີ່ປະກອບອາວຸດເຊິ່ງໄດ້ລາຍງານໃນໄຕມາດທຳອິດຂອງປີ 2025 ໄດ້ເພີ່ມຂຶ້ນຢ່າງແຮງ ໃນລະດັບ 47,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ມີບາງຈຸດຮ້ອນເຮັ່ງເປັນໜ້າວິຕົກກັງວົນ, ຄື ເຂດອ່າວ Guinea ຢູ່ ອາຟະລິກາຕາເວັນຕົກ ໄດ້ເກີດເຫດບຸກໂຈມຕີທາງທະເລ ໃສ່ບັນດາກຳປັ່ນການຄ້າ 44 ຄັ້ງ ໃນໄລຍະພຽງ 2 ເດືອນຕົ້ນປີ 2025, ເຊິ່ງເປັນຕົວເລກສູງສຸດໃນ 13 ເດືອນ. ທ່ານ Arsenio Dominguez, ເລຂາທິການໃຫຍ່ IMO, ໃຫ້ຮູ້ວ່າ:

“ຄວາມໝັ້ນຄົງ ແລະ ຄວາມປອດໄພໃນຂົງເຂດເດີທະເລມີວາສຳຄັນທີ່ສຸດຕໍ່ຄວາມໝັ້ນທ່ຽງຂອງເສດຖະກິດການພັດທະນາການເດີນທະເລແບບຍືນຍົງ ກໍຄືຕໍ່ການຫາເງິນລ້ຽງຊີບຂອງນັບລ້ານຄົນແຕ່ໄພນາບຂູ່ຕໍ່ການຂົສົ່ງທາງທະເລພວມປະກົດຂຶ້ນຢ່າງຈະແຈ້ງຍິ່ງກວ່າເວລາໃດໝົດ. ໄລ່ສະເພາະໃນປີ 2024 ໄດ້ເກີດກໍລະນີໂຈສະລັກ ແລະ ປຸ້ນດ້ວຍການປະກອບອາວຸດ 150 ຄັ້ງໄດ້ຮັບການລາຍງານ”.

        ເມື່ອແບ່ງປັນກ່ຽວກັບຄວາມວິຕົກກັງວົນນີ້, ທ່ານ Valdecy Urquiza, ເລຂາທິການໃຫຍ່ອົງການຕຳຫຼວດອາຍາສາກົນ (INTERPOL), ໃຫ້ຮູ້ວ່າ ບັນດາໄພນາບຂູ່ແບບດັ້ງເດີມໃນຂົງເຂດເດີນທະເລ, ຄື: ໂຈນສະລັກ, ປຸ້ນທີ່ມີການປະກອບອາວຸດ ບໍ່ພຽງແຕ່ຍັງຄົງຕົວເທົ່ານັ້ນ, ຫາກຍັງມີທ່າອ່ຽງປະກົດຂຶ້ນຢູ່ຫຼາຍພາກພື້ນອີກດ້ວຍ. ສິ່ງທີ່ເປັນໜ້າວິຕົກກັງວົນກວ່ານັ້ນແມ່ນ ບັນດາໄພນາບຂູ່ແບບດັ້ງເດີມນີ້ ນັບມື້ນັບສັບສົນ. ທ່ານ Valdecy Urquiza ເນັ້ນໜັກວ່າ:

“ພວກຂ້າພະເຈົ້າສືບຕໍ່ເຫັນປະຈັກຕາການພົວພັນລະຫວ່າງອາດຊະຍາກຳ ກັບການກໍ່ການຮ້າຍຢູ່ທະເລເມື່ອບັນດາກຸ່ມອາດຊະຍາກຳສຳພັນກັນຈະກາຍເປັນລະບົບອາດຊະຍາກຳຈາກການຂົສົ່ງອາວຸດ ແລະ ສິນຄ້າເກືອດຫ້າມ ຕະຫຼອດຮອດການອຸປະຖຳໃຫ້ແກ່ການເຄື່ອນໄຫວຂອງບັນດາກຸ່ມນີ້. ທ່າອ່ຽງດັ່ງກ່າວໄດ້ເປັນຂີດໝາຍການປ່ຽນແປງຢ່າງໃຫຍ່ຫຼວງເມື່ອການໂຈມຕີແບບກະແຈກກະຈາຍໃນເມື່ອກ່ອນໄດ້ກາຍເປັນໄພນາບຂູ່ໃນການເດີນທະເລທີ່ສັບສົນເຊິ່ງໄດ້ຈັດຕັ້ງຜ່ານໂຄງປະກອບການບັນຊາການເດີນທາງ ກໍຄືກະແສເງິນ”.

ຄວາມສ່ຽງດ້ານເຕັກໂນໂລຊີ

ໄປພ້ອມກັບບັນດາໄພນາບຂູ່ແບບດັ້ງເດີມ, ຄວາມສ່ຽງດ້ານເຕັກໂນໂລຊີກໍ່ພວມເປັນສິ່ງທ້າທາຍໃຫ້ແກ່ຄວາມໝັ້ນຄົງໃນການເດີນທະເລ. ການບຸກໂຈມຕີທາງອິນເຕີເນັດອາດຈະເຮັດໃຫ້ຂໍ້ມູນດ້ານການຄ້າທີ່ມີລັກສະນະສະດຸງໄວຖືກເປີດເຜີຍ, ຊ້ຳບໍ່ໜຳກໍ່ໃຫ້ເກີດໄພພິບັດດ້ານສິ່ງແວດລ້ອມອີກດ້ວຍ. ນັບທັງບັນດາທ່າກຳປັ່ນກໍ່ຂາດຄວາມປອດໄພຕໍ່ໜ້າໄພນາບຂູ່ແບບໃໝ່ນີ້. ທ່ານ ທ່ານ Valdecy Urquiza, ເລຂາທິການໃຫຍ່ INTERPOL, ຊີ້ແຈ້ງວ່າ:

“ເມື່ອບັນດາທ່າກຳປັ່ນຫັນການຄຸ້ມຄອງກຳປັ່ນສິນຄ້າການຕິດຕາມການຂົນສົ່ງສິນຄ້າກໍ່ຄືການເຄື່ອນໄຫວ logistic ເປັນຈີຕອນແລະອັດຕະໂນມັດນັ້ນບັນດາຊ່ອງວ່າງປະກົດຂຶ້ນໄວກວ່າຄວາມສາມາດປ້ອງກັນ. ບັນດາທ່າກປັ່ນພວມປະເຊີນໜ້າກັບກະແສບຸກໂຈມຕີທາງອິນເຕີເນັດໂດຍແນໃສ່ລະບົບໄຟຟ້າໂທລະຄົມມະນາຄົມ ແລະ logistic. ບັນດາອາດຊະຍາກຳທາງອິນເຕີເນັດອາດຈະຫັນປັນຍາປະດິດ (AI)ເປັນອາວຸດ ເພື່ອບຸກໂຈຕີດ້ວຍຂອບຂະໜາດລະດັບ ແລະ ຄວາມຊັດເຈນູງກວ່າ”.

ຕາມທ່ານ José Raúl Mulino, ປະນາທິບໍດີ ປານາມາ ແລ້ວ, ເພື່ອຮັບມື ແລະ ຫຼຸດຜ່ອນການກະທົບຈາກຄວາມເຄັ່ງຕຶງດ້ານພູມສາດການເມືອງ, ສິ່ງສຳຄັນທີ່ສຸດແມ່ນບັນດາປະເທດຕ້ອງຮັກສາ ແລະ ປົກປ້ອງກົດໝາຍ, ຂໍ້ກຳນົດສາກົນ, ພ້ອມທັງຮັບປະກັນການເຂົ້າເຖິງຢ່າງສະເໝີພາບໃຫ້ທຸກໆຝ່າຍທີ່ເຂົ້າຮ່ວມທາງເດີນທະເລຈຸດສຸມ. ທ່ານກໍ່ຍົກຕົວຢ່າງຈາກຄອງເໝືອງ Panama, ດ້ວຍວິທີເຂົ້າເຖິງນີ້, ສະນັ້ນ, ໃນໄລຍະກວ່າ 25 ປີຜ່ານມາ, ຄອງເໝືອງ Panama ໄດ້ເພີ່ມກຳລັງຄວາມສາມາດຮັບເອົາກຳປັ່ນຂຶ້ນທົບ 2 ເທົ່າ, ກ່ໍຄືເພີ່ມຄວາມໝັ້ນຄົງຢູ່ຄອງເໝືອງນີ້ຂຶ້ນຕື່ມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ບູ​ຊານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ບູ​ຊານ

ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດອັນຍິ່ງໃຫຍ່ເຊິ່ງນະຄອນບັນລຸໄດ້ໃນວິວັດການພັດທະນາ, ກາຍເປັນສູນເສດຖະກິດໃຫຍ່ອັນດັບທີ 2 ຂອງ ສ.ເກົາຫຼີ, ນະຄອນທ່າກຳປັ່ນໃຫຍ່ອັນດັບທີ 5 ໃນໂລກ.

Top