ຈຸດສຸມ ແມ່ນປັບປຸງລະບອບລະບຽບການໃຫ້ສົມບູນແບບເພື່ອສ້າງກົງຈັກໃຫ້ກະທັດລັດ
ການເຮັດວຽກໃນສັບປະດາ ທຳອິດ, ຈຸດສຸມໃຫຍ່ສຸດແມ່ນເລື່ອງສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາມະຕິ 2 ສະບັບ ຕົກລົງເຫັນດີພິຈາລະຈາປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013 ແລະ ສ້າງຕັ້ງຄະນະກຳມະການຮຽບຮຽງ ການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013. ໝາກຜົນແມ່ນ ມີສະມາຊິກສະພາແຫ່ງຊາດ (ສສ) ຈຳນວນ 100% ທີ່ເຂົ້າຮ່ວມກອງປະຊຸມໄດ້ລົງຄະແນນສຽງເຫັນດີ. ສິ່ງນີ້ແມ່ນສະແດງໃຫ້ເຫັນເຈດຈຳນົງດ້ານການເມືອງຢ່າງເຂັ້ມແຂງ ເປັນຈິດຫນຶ່ງໃຈດຽວຂອງສະພາແຫ່ງຊາດ ໃນການຕັດສິນໃຈສ້າງ ແລະ ປັບປຸງລະບອບລະບຽບການລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ. ທ່ານ ຫງວຽນຕ້າວ ສສ ຄະນະສສ ແຂວງ ເລີມດົ່ງ ຖືວ່າ: “ພວກເຮົາຫັນປ່ຽນຮູບແບບສ້າງກົງຈັກໃຫ້ກະທັດລັດ, ຈາກຮູບແບບອຳນາດການປົກຄອງທ້ອງຖິ່ນ 3 ຂັ້ນກາຍເປັນຮູບແບບອຳນາດປົກຄອງ 2 ຂັ້ນ. ຢາກເຮັດໄດ້ສິ່ງນັ້ນ ຕ້ອງປັບປຸງລັດຖະທຳມະນູນ. ພວກເຮົາມີ ໂຄງການລະອຽດຂອງສະພາແຫ່ງຊາດ ຮັບຮອງເອົາຮ່າງປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013 ດ້ວຍວິວັດການກະກຽມລະອຽດຖີ່ຖ້ວນ”
ແລະກໍ່ໃນບັ້ນທຳອິດຂອງກອງປະຊຸມເທື່ອທີ 9 ເພື່ອແນໃສ່ຫັນມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດພາກເອກະຊົນໃຫ້ເປັນລະບອບລະບຽບການ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບບາງກົນໄກ, ນະໂຍບາຍພັດທະນາເສດຖະກິດພາກເອກະຊົນ ດ້ວຍ 98,84% ຈຳນວນ ສສ ເຫັນດີ. ສສ ຫງວຽນງອັກເຊີນ, ຄະນະ ສສ ຫາຍເຢືອງ ເນັ້ນຫນັກວ່າ:
“ເລ່ືອງປະກາດໃຊ້ມະຕິສ້າງລະບອບລະບຽບການການພັດທະນາຄືນໃຫມ່ ຕາມມະຕິຂອງສູນກາງ ແມ່ນບາດກ້າວກະໂດດຂັ້ນຢ່າງແຮງ, ຊື່ງຖືວິສາຫະກິດເປັນໃຈກາງ ກໍ່ຊ່ວຍໃຫ້ບັນດາວິສາຫະກິດພາກເອກະຊົນຊຸກຍູ້ການພັດທະນາ ປະກອບສ່ວນເຂົ້າໃນການເຕີບໂຕ GDP ຂອງປະເທດຊາດ.”
ສ້າງຂີດໝາຍບັນດານະໂຍບາຍໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ
ໃນບັ້ນທຳອິດຂອງກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ XV, ລັດຖະບານ ໄດ້ຍື່ນສະເຫນີສະພາແຫ່ງຊາດ ຮ່າງມະຕິກ່ຽວກັບການຍົກເວັ້ນ, ຫນູນຊ່ວຍຄ່າຮຽນສຳລັບເດັກນ້ອຍອະນຸບານ, ນັກຮຽນມັດທະຍົມ, ຜູ້ທີ່ຮຽນຫລັກສູດການສຶກສາສາມັນຢູ່ ບັນດາຮາກຖານການສຶກສາໃນລະບົບການສຶກສາປະຊາຊົນໃນທົ່ວປະເທດ. ສສ ສ່ວນຫລາຍຢັ້ງຢືນ ນີ້ແມ່ນນະໂຍບາຍອັນຖືກຕ້ອງ ແລະ ຖືກກັບເປົ້າໝາຍ ເພາະວ່າ ນີ້ແມ່ນການລົງທຶນໃຫ້ອະນາຄົດ. ທ່ານ ຫງວຽນກີມເຊີນ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ໃຫ້ຮູ້ວ່າ:
“ປະຈຸບັນ ໃນທ່ົວປະເທດມີ 10 ແຂວງ, ນະຄອນ, ທ້ອງຖິ່ນ ໄດ້ຍົກເວັ້ນຄ່າຮຽນ. ສຳລັບບັນດາທ້ອງຖິ່ນທີ່ຍັງບໍ່ທັນຄິດໄລ່ຮັບປະກັນໄດ້ ທາງສູນກາງ ຈະສະຫນອງງົບປະມານຫນູນຊ່ວຍ. ຍອດຈຳນວນກວ່າ 30.000 ຕື້ດົ່ງຊື່ງໄດ້ນຳໃຊ້ໃຫ້ວຽກງານນີ້ ແມ່ນມີສ່ວນຫນູນຊ່ວຍໃຫ້ບັນດາແຂວງ, ນະຄອນ ທີ່ຍັງບໍ່ທັນຄິດໄລ່ຮັບປະກັນໄດ້ນັ້ນ.”
ບັນດາ ສສ ກໍ່ປະກອບຄຳເຫັນໃສ່ບາງຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການຫລຸດຜ່ອນອາກອນມູນຄ່າເພີ່ມ, ການສຶກສາແບບບັງຄັບຊັ້ນອະນຸບານໃຫ້ແກ່ເດັກອະນຸບານທີ່ ມີອາຍຸແຕ່ 3- 5 ປີ; ບັນດາແຜນນະໂຍບາຍການລົງທຶນໂຄງການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ກູຍເຍີນ - ປະໄລກູ..
ພ້ອມກັບການປຶກສາຫາລືບັນດາຮ່າງກົດໝາຍ, ຮ່າງມະຕິ, ສະພາແຫ່ງຊາດ ກໍ່ລົງຄະແນນສຽງຕົກລົງເຫັນດີຮັບຮອງເອົາມະຕິຫລຸດເວລາອາຍຸການຂອງສະພາແຫ່ງຊາດ ຊຸດທີ XV ແລະ ສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021 – 2026.
ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດ ຊຸດທີ XV ໄດ້ຜ່ານໄປເຄິ່ງຫນຶ່ງຕາມແຜນການແລ້ວ. ໝາກຜົນບັ້ນທຳອິດ, ກອງປະຊຸມເທື່ອທີ 9 ໄດ້ປະກອບສ່ວນແກ້ໄຂບັນດາວຽກງານທ່ີມີລັກສະນະປະຫວັດສາດຂອງທັງກອງປະຊຸມ, ສະແດງໃຫ້ເຫັນຄວາມຮັບຜິດຊອບສູງສຸດສຳລັບບັນດາຜູ້ມີສິດເລືອກຕັ້ງ ແລະ ປະເທດຊາດ.