• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມສ່ຽງການປະທະກັນຢູ່ ຕາເວັນອອກກາງ ເກີດຂຶ້ນຄືນໃໝ່

ຄຳນາບຂູ່ຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກ່ຽວກັບການປິດລ້ອມຊ່ອງແຄບທະເລ Hormuz ແມ່ນບໍ່ມີຜົນກະທົບຕໍ່ ອີຣານ.
  (ພາບ​ປະ​ກອບ: AP/Hassan Ammar)  

ຄວາມ​ສ່ຽງ​ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ເກີດ​ຂຶ້ນ​ຄືນ​ໃໝ່ ເມື່ອ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ​ໄດ້ສົ່ງ​ສັນ​ຍາ​ແຂງ​ກະ​ດ້າງ, ກະ​ກຽ​ມ​ໃຫ້​ແຜນ​ການ​ສູ້​ຢັນ​ກັນ​ໂດຍບໍ່​ມີ​ການ​ປະ​ໜິ​ປະ​ນອມ. ໃນ​ນັ້ນ, ອ​ີ​ຣານ ຖະ​ແຫຼງບໍ່​ຢານ​ກົວ​ຕໍ່​ການ​ນາບ​ຄູ່​ຂອງ ອາ​ເມ​ລິ​ກາ, ສ່ວນ​ອິດ​ສະ​ຣາ​ແອັນ ພວມ​​ຂຸ້​ນ​ຂ້​ຽວ​ກະ​ກຽມ​ໃຫ້​ແຜນ​ການບຸກ​ໂຈມ​ຕີ​ຄັ້ງ​ໃໝ່.

ຕອ​ນ​ຄ່ຳ​ວັນ​ທີ 12 ເມ​ສາ, ທ່ານ Mohammad Baqer Qalibaf, ປະ​ທານ​ສະ​ພາ​ແຫ່ງ​ຊາດ ອີ​ຣານ ຢືນ​ຢັນ​ວ່າ ຄຳ​ນາບ​ຂູ່​ຂອງທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ປິດ​ລ້ອມ​ຊ່ອງ​ແຄບທະ​ເລ Hormuz ແມ່ນບໍ່ມີ​ຜົນ​ກະ​ທົບ​ຕໍ່​ ອີ​ຣານ.

ກ່ອນ​ໜ້ານັ້ນ, ໃນ​ສານ​ທີ່​ເອົາ​ລົງ​ໃນ​ສື່​ສັງ​ຄົມ X, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ຖະ​ແຫຼງ​ຍັງ​ຄວບ​ຄຸມ​ຊ່​ອງ​ແຄບ​ທະ​ເລ​ທັງ​ໝົດ ແລະ ຢືນ​ຢັນ​ວ່າ ກຳ​ປັ່ນ​ການ​ທະ​ຫານ​ລຳ​ໃດ​ເດີນ​ເຂົ້າ​ຊ່ອງ​ແຄບ​ທະ​ເລ Hormuz ໂດຍບໍ່​ວ່າ​ຮູບ​ແບບ​ໃດ, ລ້ວ​ນ​ແຕ່​ຖື​ກ​ຖື​ວ່າ​ແມ່​ນ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ ແລະ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ມາດ​ຕະ​ການ​ຮ້າຍ​ກາດ.

ໃນ​ຂະ​ນະ​ນັ້ນ, ອິດ​ສະ​ຣາ​ແອັນ ພວມຂຸ້ນ​ຂ້​ຽວ​ກະ​ກຽມ​ແຜນ​ການ​ເລີ່ມ​ດຳ​ເນີນ​ສົງ​ຄາມ​ຄືນ​ໃໝ່.

(ແຫ່ງຄັດຈາກ VOV)

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ

Top