• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຈີນ - ຫວຽດ​ນາມ ກ້າວເຂົ້າ​ສູ່​ໜ້າປະ​ຫວັດ​ສາດ​ໃໝ່

ສອງ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ພາຍຫຼັງ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ລ້ວ​ນ​ແຕ່​ແມ່ນ​ຈີນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ລະ​ດັບ​ຄວາມ​ສຳ​ຄັນ​ຢ່າງສູງ​ຂອງ​ກາ​ນ​ພົວ​ພັນ ຈີນ - ຫວຽດ​ນາມ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ (ພາບ: TTXVN)
ໜັງ​ສື​ພິມ​ຢຶດ​ໝິ້ນ​ຈື​ປາວ​ລາຍ​ວັນ, ອົງ​ການ​ກະ​ບອກ​ສຽງ​ຂອງ​ພັກ​ກອມ​ມູ​ນິດ ຈີນ ໄດ້​ເອົາ​ລົງ​ບົດ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ​ທາງ​ລັດ​ຖະ​ກິດຈີນ ຂອງ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ແຕ່​ວັນ​ທີ 14 – 17 ເມ​ສາ, ໃນ​ນັ້ນ​ເນັ້ນ​ໜັກວ່າ​ການ​ຢ້ຽມ​ຢາມ​ເພື່ອ​ສະ​ແດງ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ລະ​ດັບ​ຄວາມ​ສຳ​ຄັນ​ສູງ​ຂອງ​ການ​ພົວ​ພັນ ຈີນ - ຫວຽດ​ນາມ. ໜັງ​ສື​ພິມດັ່ງ​ກ່າວ ​ວັນ​ເນັ້ນ​ໜັກ​ວ່າ ທ່ານໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ປະ​ກາດ​ການ​ຢ້ຽມ​ຢາມ​ຈີນ ພາຍຫຼັງ 2 ວັນ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ ຫວຽດ​ນາມ. ກ່ອນ​ໜ້າ​ນັ້ນ, ເດືອນ​ສິງ​ຫາ 2024, ພາຍຫຼັງ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ກໍ່​ເລືອກ​ເອົາ​ຈີນ ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມຕ່າງ​ປະ​ເທດ​ຂອງ​ຕົນ. ສອງ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ພາຍຫຼັງ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ລ້ວ​ນ​ແຕ່​ແມ່ນ​ຈີນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ລະ​ດັບ​ຄວາມ​ສຳ​ຄັນ​ຢ່າງສູງ​ຂອງ​ກາ​ນ​ພົວ​ພັນ ຈີນ - ຫວຽດ​ນາມ.

(ແຫ່ງຄັດຈາກ VOV)

ພາກ​ທີ1 ຂອງກອງ​ປະ​ຊຸມ​ຄັ້​ງ​ປະ​ຖົມ​ມະ​ລຶກ​ຂອງ ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XVI ໄດ້​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ

ພາກ​ທີ1 ຂອງກອງ​ປະ​ຊຸມ​ຄັ້​ງ​ປະ​ຖົມ​ມະ​ລຶກ​ຂອງ ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XVI ໄດ້​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ

ພາກ​ທີ 1 ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ແກ່​ຍາວ​ແຕ່​ວັນ​ທີ 6 ເມ​ສາ ຫາ​ວັນ​ທີ 12 ເມ​ສາ 2026, ຢູ່​ຮ່າ​ໂນ້ຍ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ​ວາງ​ອອກ. ສະ​ພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ເຂົ້າ​ວຽກ​ງານ​ບຸກ​ຄະ​ລາ​ກອນ.

Top