• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ, ເປີດກວ້າງ​ໂອ​ກາດ​ລົງ​ທືນ​ສອງ​ຝ່າຍ ຫວຽດ​ນາມ - ສະ​ໂລ​ວາ​ກີ

ສະ​ໂລ​ວາ​ກີ ອາດ​ສາ​ມາດ​ກາຍ​ເປັນ​ປະ​ຕູ​ເຂົ້າ​ອອກ​ຍຸດ​ທະ​ສາດ​ເພື່ອ​ໃຫ້​ສິນ​ຄ້າ ຫວຽດ​ນາມ ເຂົ້າ​ເຖິງ​ຕະຫຼາດ​ສະ​ຫະ​ພາບ ເອີ​ລົ​ບ (EU), ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ລົງ​ທຶນ​ທີ່​ຈັບ​ໃຈ, ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ວິ​ສາ​ຫະ​ກິດສະ​ໂລ​ວາ​ກີ​ເປີດກວ້າງ​ໄປ​ຍັງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

  ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງເຂ​ົ້າ​ຮ່ວມ ເວທີປາໄສວິສາຫະກິດ ຫວຽດນາມ - ສະໂລວາກີ (ພາບ: VOV)  

ຕອນ​ບ່າຍ​ວັນ​ທີ 13 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ໂລ​ວາ​ກີ Robert Fico, ພວມ​ມີ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ, ເປັນ​ປະ​ທານ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ສະ​ໂລ​ວາ​ກີ ດ້ວຍ​ຫົວ​ຂໍ້ “ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ, ເປີດກວ້າງ​ໂອ​ກາດ​ລົງ​ທຶນ​ສອງ​ຝ່າຍ”.

ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ໂລ​ວາ​ກີ Robert Fico ໃຫ້​ຮູ້​ວ່າ ສະ​ໂລ​ວາ​ກີ ປາດ​ຖະ​ໜາ​ຢາກ​ມີ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຫຼາຍ​ແຫ່ງ​ມາ​ລົງ​ທຶນ​ເຂົ້າ​ສະ​ໂລ​ວາ​ກີ ແລະ ເປີດ​ເສັ້ນ​ທາງ​ອາ​ກາດ ​ໂດຍ​ກົງ​ລະ​ຫວ່າງ​ສອງ​ປະ​ເທດ. ລັດ​ຖະ​ບານ ສະ​ໂລ​ວາ​ກີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້ ຫວຽດ​ນາມ ມາ​ລົງ​ທຶນ ເຂົ້າ​ສະ​ໂລ​ວາ​ກີ, ຫຼຸດ​ຜ່ອນ​ລະ​ບຽບ​ການ​ອອກວິ​ຊາ​ທ່ອງ​ທ່ຽວ ໃຫ້​ຊາວ​ຫວຽດ​ນາມ ໄປ​ຍັງ ສະ​ໂລ​ວາ​ກີ, ຄົ້ນ​ຄ້​ວາ​ຍົກ​ເວັ້ນ​ວິ​ຊາ​ໃຫ້​ແກ່​ພົນ​ລະ​ເມືອງ ຫວຽດ​ນາມ ທີ່​ຖື​ໜັງ​ສື​ຜ່ານ​ແດນທາງ​ລັດ​ຖະ​ການ…

ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຖື​ວ່າ ສະ​ໂລ​ວາ​ກີ ອາດ​ສາ​ມາດ​ກາຍ​ເປັນ​ປະ​ຕູ​ເຂົ້າ​ອອກ​ຍຸດ​ທະ​ສາດ​ເພື່ອ​ໃຫ້​ສິນ​ຄ້າ ຫວຽດ​ນາມ ເຂົ້າ​ເຖິງ​ຕະຫຼາດ​ສະ​ຫະ​ພາບ ເອີ​ລົ​ບ (EU), ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ລົງ​ທຶນ​ທີ່​ຈັບ​ໃຈ, ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ວິ​ສາ​ຫະ​ກິດສະ​ໂລ​ວາ​ກີ​ເປີດກວ້າງ​ໄປ​ຍັງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ວິ​ສາ​ຫະ​ກິດ, ກຽມ​ພ້ອມ​ການ​ໜູນ​ຊ່ວຍ, ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ແລະ ສາ​ກົນ, ໃນ​ນັ້ນ​ມີ​ບັນ​ດາ​ວິ​ສ​າ​ຫະ​ກິດ, ນັກ​ລົງ​ທຶນ​ຂອງ ສະ​ໂລ​ວາ​ກີ.

ຢູ່​ເວ​ທີ​ປາ​ໄສ, ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ໄດ້​ແນະ​ນຳ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ໂອ​ກາດ, ຄວາມ​ສາ​ມາດ, ຄວາມ​ຕ້ອງ​ການ​ຮ່ວມ​ມື​ລົງ​ທຶນ​ຂອງ​ແຕ່​ລະ​ປະ​ເທດ ແລະ ວິ​ສາ​ຫະ​ກິດ​ແຕ່​ລະ​ປະ​ເທດ. ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ, ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່​າ​ດ້ວຍ​ການ​ຮ່ວມ​ມື 7 ສະ​ບັບ​ໃນຫຼາຍ​ຂົງ​ເຂດ​ລວມ​ມີ: ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ອຸດ​ສາ​ຫະ​ກຳ​, ການ​ແພດ, ການ​ເງິນ, ພື້ນ​ຖານ​ໂຄງ​ລ່າງ, ອະ​ສັງ​ຫາ​ລິ​ມະ​ສັບ, ສິ່​ງ​ແວດ​ລ້ອມ ແລະ ການ​ພັດ​ທະ​ນ​າ​ເຂດ​ອຸດ​ສາ​ຫ​ະ​ກຳ.

(ແຫ່ງຄັດຈາກ VOV)

ພາກ​ທີ1 ຂອງກອງ​ປະ​ຊຸມ​ຄັ້​ງ​ປະ​ຖົມ​ມະ​ລຶກ​ຂອງ ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XVI ໄດ້​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ

ພາກ​ທີ1 ຂອງກອງ​ປະ​ຊຸມ​ຄັ້​ງ​ປະ​ຖົມ​ມະ​ລຶກ​ຂອງ ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XVI ໄດ້​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ

ພາກ​ທີ 1 ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ແກ່​ຍາວ​ແຕ່​ວັນ​ທີ 6 ເມ​ສາ ຫາ​ວັນ​ທີ 12 ເມ​ສາ 2026, ຢູ່​ຮ່າ​ໂນ້ຍ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ​ວາງ​ອອກ. ສະ​ພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ເຂົ້າ​ວຽກ​ງານ​ບຸກ​ຄະ​ລາ​ກອນ.

Top