ຕອນຄ່ຳວັນທີ 28 ມີນາ, ຢູ່ສູນກອງປະຊຸມສາກົນ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອກເກື່ອງ ໄດ້ເປັນປະທານຈັດງານລ້ຽງທ່ານປະທານາທິບໍດີ ສ.ສະຫະພັນ ບຣາຊິນ Luiz Inacio Lula da Silva ຢ່າງສົມກຽດ, ເນືື່ອງໃນໂອກາດທ່ານມາຢ້ຽມຢາມທາງລັດຖະກິດ ຫວຽດນາມ.
/ຢູ່ທີ່ນີ້, ທ່ານປະທານປະເທດ ເລືອກເກື່ອງ ຢືນຢັນວ່າ, ຜ່ານໄລຍະກວ່າ 3 ທົດສະວັດນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ມາຮອດປະຈຸບັນ, ບຣາຊິນ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດທຳອິດຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິງ. ທ່ານສະແດງຄວາມເພິງພໍໃຈຕໍ່ໝາກຜົນການພົບປະເຈລະຈາລະຫວ່າງ 2 ຝ່າຍ, ພິເສດແມ່ນການລົງນາມແຜນການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2025 – 2030.
/“ພວກຂ້າພະເຈົ້າຫວັງວ່າ, ໃນອະນາຄົດອັນໃກ້ໆນີ້, ການພົວພັນແລກປ່ຽນລະຫວ່າງ 2 ປະເທດຈະນັບມື້ນັບໄດ້ຮັບການປັບປຸງ ແລະ ເປີດກວ້າງກວ່າອີກ, ປະຊາຊົນ, ວິສາຫະກິດຂອງ 2 ປະເທດຮ່ວມມືກັນຢ່າງແໜ້ນແຟ້ນກວ່າ, ມີການພົວພັນຄ້າຂາຍຫຼາຍກວ່າ, ການໄປມາສະດວກກວ່າ ແລະ ພ້ອມກັນນັ້ນ, ບັນດາຄຸນຄ່າວັດທະນະທຳເປັນເອກະລັກສະເພາະຂອງ ບຣາຊິນ ຈະມີໜ້າຢູ່ ຫວຽດນາມ ຫຼາຍກວ່າ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ, ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງທັງ 2 ຝ່າຍ, ຄວາມສາມາດບົ່ມຊ້ອນ ແລະ ໂອກາດຮ່ວມມືລະຫວ່າງ 2 ປະເທດຈະໄດ້ປະກົດຜົນເປັນຈິງໂດຍໄວໃນໄລຍະຈະມາເຖິງ, ຕອບສະໜອງຄວາມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ”.
ກ່າວຄຳເຫັນຕອບຄືນ, ທ່ານປະທານາທິບໍດີ Lula da Silva ຊີິ້ແຈ້ງວ່າ ເປົ້າໝາຍຂອງ 2 ປະເທດແມ່ນ ເດີນຕາມພາລະກຳພັດທະນາແບບຍືນຍົງ ແລະ ການຕ້ານໄພອຶດຫິວ, ນັ້ນກໍ່ແມ່ນສາຍເຫດທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນທ້າຍປີ 2024 ແລະ ສືບຕໍ່ໄດ້ຮັບການປັບປຸງໃນການຢ້ຽມຢາມຄັ້ງນີ້.