• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມພະຍາຍາມກອບກູ້ຂໍ້ຕົກລົງທັນຍາພຶດທະເລດຳ ຈະສືບຕໍ່ໄດ້ດຳເນີນໃນຊຸມວັນຈະມາເຖິງ

ກ່ອນໜ້ານັ້ນ, ລັດເຊຍ ໄດ້ນາບຂູ່ວ່າ ຈະຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວໃນວັນທີ 18 ພຶດສະພາ ຈະມາເຖິງ ຍ້ອນບັນດາສິ່ງກີດຂວາງສຳລັບທັນຍາພຶດ ແລະ ຝຸ່ນເຄມີຂອງປະເທດນີ້.
  ກຳປັ່ນສົ່ງອອກທັນຍາພຶດ (ພາບ: TTXVN)  

ວັນທີ 15 ພຶດສະພາ, ທ່ານ Martin Griffiths, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບບັນດາບັນຫາມະນຸດສະທຳ ແລະ ກູ້ໄພກູ້ຊີບສຸກເສີນ ຢືນຢັນວ່າ, ບັນດາຄວາມມານະພະຍາຍາມຈະສືບຕໍ່ໄດ້ຍູ້ແຮງໃນຊຸມມື້ຈະມາເຖິງ ເພື່ອຕໍ່ກຳນົດເວລາຂໍ້ຕົກລົງອະນຸຍາດສົ່ງອອກທັນຍາພຶດຂອງ ຢູແກຼນ ທີ່ປອດໄພຜ່ານທະເລດຳ. ກ່ອນໜ້ານັ້ນ, ລັດເຊຍ ໄດ້ນາບຂູ່ວ່າ ຈະຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວໃນວັນທີ 18 ພຶດສະພາ ຈະມາເຖິງ ຍ້ອນບັນດາສິ່ງກີດຂວາງສຳລັບທັນຍາພຶດ ແລະ ຝຸ່ນເຄມີຂອງປະເທດນີ້. ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບ ຢູແກຼນ, ທ່ານ Martin Griffiths ຖືວ່າ, ເລື່ອງສືບຕໍ່ປະຕິບັດຂໍ້ລິເລີມທະເລດຳແມ່ນສຳຄັນທີ່ສຸດ, ກໍຄືບັນດາຄຳໝັ້ນສັນຍາຂອງຝ່າຍຕ່າງໆຈະປະຕິບັດຂໍ້ລິເລີ່ມນີ້ຢ່າງມີປະສິດທິຜົນ. ໃນຊຸມອາທິດມໍ່ໆມານີ້, ບັນດາຝ່າຍໄດ້ປຶກສາຫາລືກ່ຽວກັບເລື່ອງເປີດກວ້າງຂໍ້ລິເລີ່ມທະເລດຳ ແລະ ບັນດາການດັດປັບທີ່ຈຳເປັນເພື່ອໃຫ້ຂໍ້ລິເລີ່ມເຄື່ອນໄຫວຢ່າງມີປະສິດທິຜົນ.

 

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top