• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມປະທັບໃຈຕໍ່ງານພົບປະແລກປ່ຽນມິດຕະພາບສາກົນ 2023

ງານພົບປະແລກປ່ຽນມິດຕະພາບສາກົນແມ່ນການເຄື່ອນໄຫວປະຈຳປີ, ເພື່ອປະກອບສ່ວນໂຄສະນາພາບພົດຂອງ ຫວຽດນາມ ຕໍ່ເພື່ອນມິດສາກົນ.
  (ບັນດາຜູ້ແທນໄດ້ຢ້ຽມຊົມຍອດພູ Fansipan)  

ງານພົບປະແລກປ່ຽນມິດຕະພາບສາກົນ - ລະດູບານໃໝ່ 2023 ຈັດຂຶ້ນຢູ່ແຂວງ ລາວກາຍ ແຕ່ວັນທີ 26-27 ມີນາ ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃນໃຈຂອງເພື່ອນມິດສາກົນ. ງານພົບປະນີ້ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 150 ທ່ານ, ໃນນັ້ນມີເອກອັກຄະລັດຖະທູດ ແລະ ບັນດາຜູ້ຕາງໜ້າ, ພະນັກງານການທູດ 14 ທ່ານຂອງ 34 ສະຖານທູດບັນດາປະເທດ; ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ 24 ທ່ານ. ບັນດາຜູ້ແທນໄດ້ຢ້ຽມຊົມຍອດພູ Fansipan ຂຶ້ນກັບເທດສະບານເມືອງ ຊາປາ; ເຂົ້າຮ່ວມງານລາຕີພົບປະແລກປ່ຽນ ແລະ ຮັບຊົມບັນດາລາຍການສະແດງສີລະປະພິເສດຂອງແຂວງ ລາວກາຍ, ທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ. ທ່ານ Saadi Salama, ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ, ຕາງໜ້າໃຫ້ບັນດາສະມາຊິກໃນຄະນະນັກການທູດ, ສະແດງຄວາມຮູ້ວ່າ:

“ແນ່ນອນວ່າ, ຄວາມຊົງຈຳທີ່ດີງາມກ່ຽວກັບ ລາວກາຍ ໄດ້ຝັງເລິກໃນໃຈຂອງ ພວກຂ້າພະເຈົ້າແຕ່ລະຄົນ. ບັນດາແຫ່ງທີ່ຂ້າພະເຈົ້າໄດ້ມາ ແລະ ປະຊາຊົນເມດຕາປານີ, ໃກ້ຊິດສະໜິດສະໜົມເຊິ່ງພວກຂ້າພະເຈົ້າໄດ້ພົບປະນັ້ນ ຄືດັ່ງກະວີເຕັມໄປດ້ວຍອາລົມຈິດ”.

ເນື່ອງໃນໂອກາດນີ້, ແຂວງ ລາວກາຍ ແລະ ຜູ້ແທນຂອງ 6 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການປະຕິບັດບັນດາບ້ວງເງິນອຸປະຖຳໃນໄລຍະຈະມາເຖິງ, ດ້ວຍຍອດມູນຄ່າກວ່າ 2 ລ້ານ USD.

ງານພົບປະແລກປ່ຽນມິດຕະພາບສາກົນແມ່ນການເຄື່ອນໄຫວປະຈຳປີ, ເພື່ອປະກອບສ່ວນໂຄສະນາພາບພົດຂອງ ຫວຽດນາມ ຕໍ່ເພື່ອນມິດສາກົນ.

(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top