ພາບປະກອບ: TTXVN
ພິເສດ, ນີ້ເປັນຄັ້ງທຳອິດນັບແຕ່ ປີ 2016 ເປັນຕົ້ນມາ, ສຳປະສິດ ລະຫວ່າງ ການເພີ່ມປະລິມານສະສົມນ້ຳມັນ ແລະ ປະລິມານຂຸດຄົ້ນຂອງ PVN ບັນລຸທົບ 1,19 ເທົ່າ, ຊຶ່ງແມ່ນລະດັບການຮັບປະກັນຄວາມປອດໄພໃຫ້ແກ່ການພັດທະນາແບບຍືນຍົງຂອງກຸ່ມບໍລິສັດ.
ຕາມທ່ານເລແມ້ງຮຸ່ງ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ PVN ແລ້ວ, ວຽກງານຊອກຫາ, ສຳຫຼວດ, ຂຸດຄົ້ນນ້ຳມັນໄດ້ຜັນຂະຫຍາຍຕາມແຜນການ, ການເຄື່ອນໄຫວຂຸດຄົ້ນນ້ຳມັນ, ຂຸດຄົ້ນອາຍແກັດ ແມ່ນຢູ່ໃນລະດັບດີທີ່ສຸດ, ທຸກໆຫົວໜ່ວຍໃນກຸ່ມບໍລິສັດລ້ວນແຕ່ຮັກສາໄດ້ລະດັບການຜະລິດ, ດຳເນີນທຸລະກິດຢ່າງເປັນປົກກະຕິ.
(ແຫຼ່ງຄັດຈາກ VOV)