ຂ່າວສານ
ຂີດໝາຍສຳຄັນໃນວິວັດການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງຂອງ ຫວຽດນາມ
ຕອນເຊົ້າວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງພາຍໃນໄດ້ເປັນປະທານ ແລະ ສົມທົບກັບອົງການ ເພື່ອຄວາມສະເໝີພາບລະຫວ່າງ ແມ່ຍິງ ແລະ ການມອບສິດໃຫ້ແກ່ແມ່ຍິງ ຂອງ ສປຊ (UN Women) ຢູ່ ຫວຽດນາມ ຈັດກອງປະຊຸມປະກາດບົດລາຍງານແຫ່ງຊາດກ່ຽວກັບ 30 ປີແຫ່ງວັນປະຕິບັດຖະແຫຼງການ ແລະ ໂຄງການກະທຳປັກກິ່ງ ຢູ່ ຫວຽດນາມ (1995 - 2025). ເຫດການສ້າງຂີດໝາຍສຳຄັນໃນໄລຍະ 3 ທົດສະວັດແຫ່ງຄວາມມານະພະຍາຍາມເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ຂອງ ຫວຽດນາມ.
ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ. ຫວຽດນາມ ຍາມໃດກໍ່ຖືວ່າ ຄວາມສະເໝີພາບລະຫວ່າງນຍິງຊາຍ ແມ່ນພື້ນຖານຂອງຄວາມກ້າວໜ້າສັງຄົມ ແລະ ການພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງພາຍໃນ ນາງ ຫງວຽນທິຮ່າ ເນັ້ນໜັກວ່າ:
ບົດງາຍງານສະບັບນີ້ກໍ່ວາງອອກຄຳໝັ້ນສັນຍາປ່ຽນແປງໃໝ່ຢ່າງແຮງກ່ວາຂອງ ຫວຽດນາມໃນເສັ້ນທາງຕໍ່ໄປກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ. ພວກຂ້າພະເຈົ້າກໍ່ເຄົາລົບ, ຮັບຮູ້ການຮ່ວມມືໜູນຊ່ວຍອັນລ້ຳຄ່າຂອງ UN Women ໄດ້ຮ່ວມເດີນທາງກັບ ລັດຖະບານ ຫວຽດນາມ ໃນວິວັດການສ້າງບົດລາຍງານກໍ່ຄືເຂົ້າຮ່ວມບັນດາເວທີປາໄສຕີລາຄາ ຢູ່ພາກພື້ນ ແລະ ທົ່ວໂລກ ກ່ຽວກັບການປະຕິບັດ ໂຄງການກະທຳນີ້ ຢ່າງຕັ້ງໜ້າ.








