ຂ່າວສານ
ຂີດໝາຍທາງການທູດລັດຖະສະພາ ແລະ ໂອກາດເປີດກ້ວາງການຮ່ວມມືຂອງ ຫວຽດນາມ ຢູ່ IPU-152
ແຕ່ວັນທີ15 ເມສາ ຫາວັນທີ 18 ເມສາ 2026, ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິ້ນ ແລະ ພັນລະຍາຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະພັນ ລັດຖະສະພາສາກົນຄັ້ງທີ 152 (IPU - 152) ແລະ ດຳເນີນການເຄື່ອນໄຫວສອງຝ່າຍຈຳນວນໜຶ່ງຢູ່ຕວັກກີ. ກ່ຽວກັບຄວາມໝາຍຂອງເລື່ອງປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ IPU – 152 ຢູ່ຕວັກກີ, ທ່ານນາງ ດັ້ງທິທູຮ່າ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕວັກກີ ໃຫ້ຮູ້ວ່າ ເລື່ອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ IPU – 152 ໂດຍແມ່ນການເຄື່ອນໄຫວທາງທູດລັດຖະສະພາຢູ່ລະດັບສູງ, ການເຊື່ອມຕໍ່ການທູດຫຼາຍຝ່າຍ ແລະ ສອງຝ່າຍ, ມີຄວາມໝາຍສຳຄັນທີ່ສຸດໃນຫຼາຍດ້ານ. ນີ້ແມ່ນການຜັນຂະຫຍາຍ ໃຫ້ເປັນຈິງ ແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ: ເອກະລາດ, ເປັນເຈົ້ນຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນທາງການທູດເປັນຫຼາຍຝ່າຍ, ອຸດົມສົມບູນ, ພັດທະນາແນວທາງການຕ່າງປະເທດໃນສັງກາດໃໝ່ສົມກັບເປັນລະດັບປະຫວັດສາດ, ວັດທະນະທຳ ແລະ ຖານະບົດບາດຂອງປະເທດຊາດ.








