• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງເກີບໜັງສົ່ງອອກໃນປີ 2018 ຄາດວ່າບັນລຸ 19,5 ຕື້ USD

      ສະຫະສະມາຄົມເກີບໜັງ - ກະເປົາ ຫວຽດນາມ ໃຫ້ຮູ້ວ່າ: 11 ເດືອນປີ 2018, ຫວຽດນາມ ສົ່ງອອກເກີບໜັງບັນລຸກ່ວາ 14,6 ຕື້ USD, ເພີ່ມຂຶ້ນ 10,9%. ຍອດວົງເງິນການຄ້າສົ່ງອອກໃນປີ 2018 ຄາດວ່າບັນລຸ 19,5 ຕື້ USD.

ຂະແໜງເກີບໜັງສົ່ງອອກໃນປີ 2018 ຄາດວ່າບັນລຸ 19,5 ຕື້ USD (ພາບອິນເຕີແນັດ)
      ທ່ານນາງ ຟ້າມທິແທັງຊວນ, ຮອງປະທານທັງເປັນເລຂາທິການໃຫຍ່ສະຫະສະມາຄົມເກີບໜັງ - ກະເປົາ ຫວຽດນາມ ໃຫ້ຮູ້ວ່າ: ປີ 2018 ບັນດາຕະຫລາດຈຸດສຸມໃນການສົ່ງອອກຂອງ ຫວຽດນາມ ຍັງຄົງມີລະດັບການເຕີບໂຕດີ ພິເສດແມ່ນຕະຫລາດ ອາເມລິກາ, ອີຢູ, ຍີ່ປຸ່ນ, ຈີນ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ ຟ້າມທິແທັງຊວນ ຖືວ່າ:
        ຍ້ອນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ມີຄວາມລື້ງເຄີຍໃນການຂາຍຍ່ອຍ ແລະ ພວກເຮົາມີແຕ່ສຸມໃສ່ເຂົ້າໃນບັນດາຕະຫລາດພາຍໃນ ສະນັ້ນ ເມື່ອມີໂອກາດ ຖ້າຫາກພວກເຮົາບໍ່ພັດທະນາ ແລະ ຍົກລະດັບຂອບຂະໜາດ ກໍ່ຄືກຳລັງຄວາມສາມາດໃນການຜະລິດ ນັ້ນແນ່ນອນວ່າພວກເຮົາບໍ່ອາດຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການນັ້ນ. ດັ່ງນັ້ນ, ຕ້ອງປັບປຸງກຳລັງຄວາມສາມາດ, ດ້ານການເງິນ ແລະ ກຳລັງຄວາມສາມາດດ້ານມະນຸດ ກໍ່ຕ້ອງໄດ້ຮັບການປັບປຸງ ພວກເຮົາຈຶ່ງກຳແໜ້ນໄດ້ກາລະໂອກາດ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top