• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງເກີບໜັງມີຫລາຍໂອກາດເພື່ອບັນລຸຄາດໝາຍວົງເງິນການຄ້າສົ່ງອອກ 24 ຕື້ USD

ທ່ານນາງ ຟານທິແທງຊວນ, ເລຂານຸການໃຫຍ່ສະຫະສະມາຄົມເກີບໜັງ - ກະເປົາ ຫວຽດນາມ (Lefaso) ໃຫ້ຮູ້ວ່າ: ປີ 2020, ຄວາມສ່ຽງສູ້ຢັນກັນດ້ານການຄ້າລະຫວ່າງ ອາເມລິກາ - ຈີນ, ລະຫວ່າງ ອາເມລິກາ ກັບບັນດາຄູ່ຮ່ວມມືການຄ້າອື່ນໆຢູ່ ເອີຣົບ, ອິນເດຍ…ອາດຈະຄ່ອຍໆຫລຸດລົງ ແລະ ພື້ນຖານເສດຖະກິດທົ່ວໂລກຈະຄ່ອຍໆໄດ້ຮັບການຟື້ນຟູ.
ດັ່ງນັ້ນ, ບັນດາໃບຊື້ຂາຍເກີບໜັງ, ກະເປົາຈະສືບຕໍ່ທ່າອ່ຽງຫັນປ່ຽນຈາກ ຈີນ ໄປຍັງ ຫວຽດນາມ ເພື່ອຍາດແຍ່ງບຸລິມະສິດດ້ານພາສີຈາກບັນດາສັນຍາການຄ້າເສລີ, ແທນໃຫ້ການສົ່ງອອກທີ່ຫລຸດລົງຂອງ ຈີນ.

ຂະແໜງເກີບໜັງມີຫລາຍໂອກາດເພື່ອບັນລຸຄາດໝາຍວົງເງິນການຄ້າສົ່ງອອກ 24 ຕື້ USD (ພາບ: TTXVN)

ຕາມນັ້ນແລ້ວ, Lefaso ຄາດຄະເນວ່າ ປີ 2020, ຄວາມຕ້ອງການນຳໃຊ້ບັນດາຜະລິດຕະພັນເກີບໜັງຢູ່ບັນດາຕະຫລາດສົ່ງອອກຕົ້ນຕໍຂອງ ຫວຽດນາມ ປີ 2020 ຍັງຄົງເພີ່ມຂຶ້ນຢູ່. ດັ່ງນັ້ນ, ດັດຊະນີຜະລິດອຸດສາຫະກຳຂອງຂະແໜງໃນປີ 2020 ຈະເພີ່ມຂຶ້ນປະມານ 11%, ອັດຕາຫັນເປັນຜະລິດຕະພັນພາຍໃນປະເທດແມ່ນ 60% ແລະ ວົງເງິນການຄ້າສົ່ງອອກບັນລຸ 24 ຕື້ USD, ຮັກສາລະດັບການເຕີບໂຕ 10% ຢ່າງໝັ້ນຄົງເມື່ອທຽບໃສ່ປີ 2019.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top