• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງທ່ອງທ່ຽວແຂວງແຄ໊ງຮ່ວາມີມາດຕະການຫຼາຍຢ່າງເພື່ອຮັບມືກັບ Covid-19

      ຂະແໜງທ່ອງທ່ຽວແຂວງແຄ໊ງຮ່ວາ ໄດ້ຜັນຂະຫຍາຍບັນດາມາດຕະການລ້າງສານພິດ, ຂ້າເຊື້ອພະຍາດຢູ່ຕາມສະຖານທີ່ພັກເຊົ່າ, ແຈກຢາຍຜ້າອັດປາກໃຫ້ນັກທ່ອງທ່ຽວ…


(ແຄ໊ງຮ່ວາ ໄດ້ຜັນຂະຫຍາຍບັນດາມາດຕະການລ້າງສານພິດ, ຂ້າເຊື້ອພະຍາດ)
 
      ເພື່ອຫຼຸດຜ່ອນຄວາມເສຍຫາຍຍ້ອນເຊື້ອພະຍາດ Covid-19, ຂະແໜງທ່ອງທ່ຽວແຂວງແຄ໊ງຮ່ວາ ໄດ້ຜັນຂະຫຍາຍບັນດາມາດຕະການລ້າງສານພິດ, ຂ້າເຊື້ອພະຍາດຢູ່ຕາມສະຖານທີ່ພັກເຊົ່າ, ແຈກຢາຍຜ້າອັດປາກໃຫ້ນັກທ່ອງທ່ຽວ…
          ໄລ່ຮອດຕອນບ່າຍວັນທີ 16 ກຸມພາ, ຢູ່ບັນດາໂຮງໝໍແຂວງແຄ໊ງຮ່ວາ ໄດ້ແຍກຕົວຜູ້ຕິດເຊື້ອ 84 ກໍລະນີ. ໃນນັ້ນມີຜູ້ໜຶ່ງຖືກຕິດເຊື້ອພະຍາດ Covid-19 ໄດ້ຮັບການປິ່ນປົວຈົນຫາຍດີ ແລະ ສາມາດໄດ້ອອກໂຮງໝໍໄດ້, 80 ກໍລະນີບໍ່ຕິດເຊື້ອພະຍາດ, 3 ກໍລະນີພວມຖືກແຍກຕົວເພື່ອລໍຖ້າຜົນການວິໄຈ… ທ່ານ ເຈີ່ນຫວຽດຈູງ, ຫົວໜ້າພະແນກທ່ອງທ່ຽວແຂວງ ແຄ໊ງຮ່ວາ, ໃຫ້ຮູ້ວ່າ.
          “ປະຈຸບັນ, ຂະແໜງທ່ອງທ່ຽວ ພ້ອມກັບທ່າອາກາດສະຍານສາກົນ ກາມແຣງ, ບັນດາວິສາຫະກິດ ພ້ອມກັບຂະແໜງສາທານະລະສຸກ ໄດ້ຍົກອອກບັນດາມາດຕະການ, ພິເສດແມ່ນຂັ້ນຕອນປ້ອງກັນ, ຕ້ານເຊື້ອພະຍາດ, ຂ້າເຊື້ອພະຍາດ, ຮັບປະກັນສະພາບແວດລ້ອມແຫ່ງຄວາມປອດໄພ ເພື່ອຮັບໃຊ້ນັກທ່ອງທ່ຽວ.”
 (ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top