• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງທ່ອງທ່ຽວ ຫວຽດນາມ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວສາກົນ

ລັດຖະບານຈະອະນຸມັດຜ່ານວິທີການຕ້ອນຮັບນັກທ່ອງທ່ຽວຢ່າງເປັນທາງການກ່ອນທີ່ ຫວຽດນາມ ຈະເປີດປະຕູການທ່ອງທ່ຽວນັບແຕ່ວັນທີ 15 ມີນາ ນີ້.

ລັດຖະບານຈະອະນຸມັດຜ່ານວິທີການຕ້ອນຮັບນັກທ່ອງທ່ຽວຢ່າງເປັນທາງການກ່ອນທີ່ ຫວຽດນາມ ຈະເປີດປະຕູການທ່ອງທ່ຽວນັບແຕ່ວັນທີ 15 ມີນາ ນີ້.

   

ນັກທ່ອງທ່ຽວຢ້ຽມຢາມ ຟູກວກ. (ພາບ: Vietnam+)

ພາຍຫຼັງປິດປະຕູນ່ານຟ້າຍ້ອນໂລກລະບາດ ແລະ ພາຍຫຼັງໄລຍະ 3 ເດືອນທົດລອງຕ້ອນຮັບນັກທ່ອງທ່ຽວສາກົນບັນລຸຜົນສຳເລັດ ຕາມໂຄງການໜັງສືຜ່ານແດນວັກຊິນ, ນັບແຕ່ວັນທີ 15 ມີນາ, ຫວຽດນາມ ຈະເປີດປະຕູຕ້ອນຮັບນັກທ່ອງທ່ຽວຢ່າງເປັນທາງການ.

        ມີຮົ້ວກີດຂວາງດ້ານເຕັກນິກຫຼາຍຢ່າງກ່ຽວກັບການກວດວິໄຈຫາເຊື້ອ ແລະ ແຍກຕົວເຊິ່ງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສະເໜີຍົກເລີກເມື່ອເປີດປະຕູດ້ານການທ່ອງທ່ຽວ. ນັກທ່ອງທ່ຽວມາ ຫວຽດນາມ ຕ້ອງມີຜົນກວດເຊື້ອ ໄວຣັດເປັນລົບໃນຮອບເວລາ 72 ຊົ່ວໂມງກ່ອນທີ່ຈະເດີນທາງ; ໃນຮອບເວລາ 24 ຊົ່ວໂມງທຳອິດເມື່ອມາຮອດ ຫວຽດນາມ ແມ່ນຈະໄປເຂດຜັກຜ່ອນ, ປະຕິບັດການວິໄຈ nCoV. ຜົນກວດເປັນລົບຈະໄດ້ເຂົ້າຮ່ວມການເຄື່ອນໄຫວດ້ານການທ່ອງທ່ຽວ. ໃນຂະນະນັ້ນ, ນັກທ່ອງທ່ຽວເຂົ້າເມືອງທາງບົກ, ທາງທະເລ, ທາງລົດໄຟ ຈະໄດ້ວິໄຈຢູ່ດ່ານຊາຍແດນ, ຜົນກວດເປັນລົບຈະໄດ້ໄປທ່ອງທ່ຽວເລີຍຫາກບໍ່ຕ້ອງໄດ້ແຍກຕົວ… ທ່ານ ຫງວຽນຈູງແຄັງ, ຫົວໜ້າກົມທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ:

        “ກ່ອນອ່ືນໝົດແມ່ນມຸ່ງໄປເຖິງຕະຫຼາດບໍ່ມີຂໍ້ກຳນົດຄຸມເຂັ້ມເກີນໄປໃນວຽກງານແຍກຕົວພາຍຫຼັງມາທ່ອງທ່ຽວຢູ່ ຫວຽດນາມ ແລ້ວກັບຄືນປະເທດ. ທີ 2 ແມ່ນບັນດາຕະຫຼາດມີການເຄື່ອນໄຫວເປີດປະຕູຄືນໃໝ່ ແລະ ດຶງດູດນັກທ່ອງທ່ຽວສາກົນມາທ່ຽວ ກໍຄືສ້າງເງື່ອນໄຂໃຫ້ແກ່ປະຊາຊົນໄປຕ່າງປະເທດ ພວກຂ້າພະເຈົ້າຈະຄົ້ນຄວ້າ, ອັບເດດລະອຽດ, ບົນພື້ນຖານນັ້ນມີນະໂຍບາຍ, ຍຸດທະສາດລະອຽດເພື່ອເຂັ້າເຖິງຕະຫຼາດດັ່ງກ່າວ”.

ລັດຖະບານຈະອະນຸມັດຜ່ານວິທີການຕ້ອນຮັບນັກທ່ອງທ່ຽວຢ່າງເປັນທາງການກ່ອນທີ່ ຫວຽດນາມ ຈະເປີດປະຕູການທ່ອງທ່ຽວນັບແຕ່ວັນທີ 15 ມີນາ ນີ້. ປະຈຸບັນ, ການສັກວັກຊິນຂອງ ຫວຽດນາມ ນອນໃນ top 6 ປະເທດໃນໂລກ, ມີຫຼາຍແຂວງ, ນະຄອນທີ່ມີສູນທ່ອງທ່ຽວໃຫຍ່ ແມ່ນໄດ້ສັກວັກຊິນເຂັມທີ 3 ຂຶ້ນເຖິງ 95% ແລ້ວ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top