• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງພັກແມ່ນກໍ່ສ້າງອົງການ, ມະນຸດ, ມີວິທີການເຄື່ອນໄຫວດີ

      ວຽກງານກໍ່ສ້າງພັກໄດ້ຮັບການຍູ້ແຮງຮອບດ້ານ, ຄົບຊຸດ, ມີວິທີການປະຕິບັດເປັນຢ່າງດີ, ພິເສດແມ່ນການປ້ອງກັນຕ້ານການສໍ້ລາດບັງຫລວງໄພຫຍໍ້ທໍ້, ຕ້ານການເສຍທາດຂາດຄຸນແນວຄິດການເມືອງ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ
      ຕອນເຊົ້າວັນທີ 21 ມີນາ, ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ກົມການເມືອງໄດ້ຈັດຕັ້ງກອງປະຊຸມປະກອບຄຳເຫັນໃສ່ບົດລາຍງານໝາກຜົນແຫ່ງການກວດກາປະຕິບັດມະຕິສູນກາງພັກ 4 ຊຸດທີ 12 ກ່ຽວກັບການກໍ່ສ້າງພັກຕິດພັນກັບການປະຕິບັດຄຳສັ່ງ 05 ຂອງກົມການເມືອງກ່ຽວກັບການຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄວາມຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ ຢູ່ບັນດາຂັ້ນພັກ ແລະ ອົງການພັກຂື້ນກັບສູນກາງ.
        ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຕີລາຄາວ່າ ໃນໄລຍະຜ່ານມາ, ວຽກງານກໍ່ສ້າງພັກໄດ້ຮັບການຍູ້ແຮງຮອບດ້ານ, ຄົບຊຸດ, ມີວິທີການປະຕິບັດເປັນຢ່າງດີ, ພິເສດແມ່ນການປ້ອງກັນຕ້ານການສໍ້ລາດບັງຫລວງໄພຫຍໍ້ທໍ້, ຕ້ານການເສຍທາດຂາດຄຸນແນວຄິດການເມືອງ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດ.
        ທ່ານເລຂາທິການໃຫຍ່, ປະທານປະເທດເນັ້ນນັກວ່າ: “ການກໍ່ສ້າງພັກແມ່ນການກໍ່ສ້າງອົງການ, ມະນຸດ, ມີວິທີການເຄື່ອນໄຫວທີ່ດີ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງ”, ດັ່ງນັ້ນ, ຄວນສືບຕໍ່ປັບປຸງວຽກງານໂຄສະນາເຜີຍແຜ່, ຮ່ຳຮຽນບັນດາມະຕິ, ຄຳສັ່ງກ່ວາອີກ. ພ້ອມກັນນັ້ນ, ສືບຕໍ່ຊີ້ນຳປະຕິບັດບັນດາມະຕິ, ຂໍ້ກຳນົດ, ຄຳສັ່ງເປັນຢ່າງດີ ດ້ວຍຈິດໃຈເດັດດ່ຽວ, ຢືດໝັ້ນ, ຕໍ່ສູ້ຮັກສາທັດສະນະ, ແນວທາງຂອງພັກ ເຊິ່ງສະແດງໃຫ້ເຫັນໃນໂຄງການດຳເນີນງານ, ມະຕິ, ກົດໝາຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top