• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ໋​ວາງ​ນິງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວໄດ້​ຫຼາຍ​ກ່​ວາ 1,2 ລ້ານ​ເທື່ອ​ຄົນ

ພາຍຫຼັງການນຳໃຊ້ນະໂຍບາຍກະຕຸ້ນການທ່ອງທ່ຽວມາເປັນເວລາ 1 ເດືອນ, ເລີ່ມແຕ່ວັນທີ 15 ພຶດສະພາ ຮອດກາງເດືອນ ມິຖຸນາ, ແຂວງກ໋ວາງນິງ ຕ້ອນຮັບ ແຂກທ່ອງທ່ຽວຫຼາຍໄດ້ກ່ວາ 1,2 ລ້ານເທື່ອຄົນ.

ກ໋ວາງນິງຕ້ອນຮັບແຂກທ່ອງທ່ຽວໄດ້ຫຼາຍກ່ວາ 1,2 ລ້ານເທື່ອຄົນ (ພາບ: TTXVN)

ຈຳນວນແຂກທ່ອງທ່ຽວມາທ່ຽວຢູ່ກ໋ວາງນິງພວມຄ່ອຍໆເພີ່ມຂຶ້ນຄືນໃໝ່, ພິເສດແມ່ນໃນບັນດາວັນທ້າຍອາທິດ. ກ່ອນໜ້ານັ້ນ, ທາງແຂວງໄດ້ຕັດສິນເປີດປະຕູບັນດາສະຖານທີ່ທ່ອງທ່ຽວຄືນໃໝ່ນັບແຕ່ວັນທີ 1 ພຶດສະພາ ເມື່ອສາມາດຄວບຄຸມໂລກລະບາດ Covid – 19 ໄດ້ເປັນຢ່າງດີ. ທາງແຂວງກ໋ວາງນິງໄດ້ປະຕິບັດຫຼາຍມາດຕະການກະຕຸ້ນການທ່ອງທ່ຽວພາຍໃນປະເທດ, ໃນນັ້ນມີນະໂຍບາຍຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວໂດຍບໍ່ເສຍຄ່າໃຫ້ແກ່ ແຂກທ່ອງ ທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດໝົດທຸກຄົນ. ສຳພັນທະມິດກະຕຸ້ນການທ່ອງທ່ຽວມີການເຂົ້າຮ່ວມຂອງວິສາຫະກິດມທີ່ດຳເນີນການບໍລິການທ່ອງທ່ຽວເກືອບ 100 ແຫ່ງພາຍໃນແຂວງໄດ້ໃຫ້ຄຳໝັ້ນສັນຍາ ຫຼຸດລາຄາລົງແຕ່ຮັບປະກັນຄຸນນະພາບການບໍລິການຢູ່ໃນລະດັບດີທີ່ສຸດ, ອັນໄດ້ສ້າງເງື່ອນໄຂໃຫ້ແຂກທ່ອງທ່ຽວໄດ້ຊົມໃຊ້ບັນດາຜະລິດຕະພັນ ການບໍລິການທ່ອງທ່ຽວທີ່ມີຄຸນນະພາບ ດ້ວຍລາຄາທີ່ເໝາະສົມໃນເວລາກ່ວາ 1 ເດື່ອນທີ່ຜ່ານມາ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top