• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຽມເປີດສະຫຼອງຫ້ອງວາງສະແດງໂຮ່ຈີມິນຢູ່ການາດາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ, ສະຖານທູດ ຫວຽດນາມ ປະຈຳການາດາ ໄດ້ຈັດຕັ້ງ ພິທີຖະຫວາຍທູບທຽນ ເພື່ອບູຊາປະທານໂຮ່ຈີມິນ ຢູ່ສະຖານທູດ, ເຮືອນເລກທີ 55 ຖະໜົນ Mackay ນະຄອນ Ottawa, ລັດ Ontario.

ສະຖານທູດ ຫວຽດນາມ ປະຈຳການາດາ ຕັ້ງ ພິທີຖະຫວາຍທູບທຽນ ເພື່ອບູຊາປະທານໂຮ່ຈີ ມິນຢູ່ສະຖານທູດ (ພາບ: TTXVN)

ທ່ານ ຟ້າມກາວຟອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳການາດາໃຫ້ຮູ້ວ່າ: ເຮືອນຫວຽດນາມ ບໍ່ພຽງແຕ່ແນະນຳກ່ຽວກັບປະຫວັດສາດ, ມູນເຊື້ອ, ວັດທະນະທຳຂອງຫວຽດນາມເທົ່ານັ້ນ ຫາກຍັງໂຄສະນາພາບພົດຂອງຫວຽດນາມອອກ ສູ່ໂລກ ອີກດ້ວຍ, ທ່ານ ຟ້າມກາວຟອງ ໃຫ້ຮູ້ວ່າ ຄາດວ່າຫ້ອງວາງສະແດງ ໂຮ່ຈີມິນຈະລວມມີບັນດາ ຮູບພາບ, ປຶ້ມແນະນຳກ່ຽວກັບ ພາລະກິດການປະຕິວັດຂອງ ປະທານໂຮ່ຈີມິນ. ສະຖານທູດ ຫວຽດນາມ ປະຈຳ ການາດາ ພວມມານະພະຍາຍາມກະກຽມ ເພື່ອສາມາດເປີດສະຫຼອງຫ້ອງວາງສະແດງໂຮ່ຈີມິນຢູ່ ເຮືອນຫວຽດນາມໃນໂອກາດວັນຊາດ ທີ 2 ກັນຍາ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top