• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ເຄົາລົບ, ຮັບປະກັນສິດເສລີໃນ ການເຫຼື້ອມໃສ, ສາສະໜາຂອງທຸກໆຄົນ

      ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາທີ່ມີຜົນສິກສິດນັບແຕ່ວັນທີ 1 ມັງກອນປີ 2018 ເປັນຕົ້ນໄປ ໄດ້ຮັບຖືວ່າ ແມ່ນບາດລ້ຽວອັນໃຫຍ່ຫຼວງໃນນະໂຍບາຍການເຫຼື້ອມໃສ, ສາສະໜາຢູ່ຫວຽດນາມ

ທ່ານ ບຸຍແທງຮ່າ ຮອງຫົວໜ້າຄະນະສາສະໜາຂອງລັດຖະບານ
      ທ່ານ ບຸຍແທງຮ່າ ຮອງຫົວໜ້າຄະນະສາສະໜາຂອງລັດຖະບານຫວຽດນາມ ໃຫ້ຮູ້ວ່າ : ກົດໝາຍກໍໄດ້ຮັບການປະກາດໃຊ້ບົນເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013, ເພາະສະນັ້ນ, ພ້ອມກັບການຮັບຮູ້, ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ, ສິດພົນລະເມືອງ, ໃນນັ້ນມີ ສິດເສລີໃນ ການເຫຼື້ອມໃສ, ສາສະໜາ, ກົດໝາຍໄດ້ເນື້ອໃນໃໝ່ຫຼາຍຢ່າງເມື່ອທຽບໃສ່ລັດຖະບັນຍັດວ່າດ້ວຍ ການເຫຼື້ອມໃສ, ສາສະໜາ.
   ຕາມທ່ານ ທ່ານ ບຸຍແທງຮ່າ ຮອງຫົວໜ້າຄະນະສາສະໜາຂອງລັດຖະບານຫວຽດນາມ ແລ້ວ, ກົດໝາຍຖືກສ້າງຂຶ້ນແມ່ນເພື່ອຫັນບັນດາທັດສະນະຂອງພັກ ແລະ ລັດຖະທຳມະນູນປີ 2013 ກ່ຽວກັບການຮັບປະກັນສິດເສລີໃນ ການເຫຼື້ອມໃສ, ສາສະໜາຂອງທຸກໆຄົນເປັນລະບອບກົດໝາຍ, ສືບຕໍ່ປ່ຽນແປງໃໝ່ກົນໄກຄຸ້ມຄອງລັດ ແນໃສ່ສ້າງຄວາມໂປ່ງໃສ, ສ້າງກົນໄກນິຕິທຳ ແນໃສ່ເຄົາລົບ, ປົກປ້ອງ, ຮັບປະກັນ ສິດເສລີໃນ ການເຫຼື້ອມໃສ, ສາສະໜາຂອງທຸກໆຄົນ. 
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top