• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມ​ບໍ​ລິ​ສັດ Google ພ້ອ​ມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນ​ທາງ​ກັບ ຫວຽດ​ນາມ ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ

ທີ່ການເຮັດວຽກ, ທ່ານ ຫງວຽນຊວັນທັງ ສະເໜີສະຖາບັນຈະຮ່ວມມືກັບກຸ່ມບໍລິສັດ Google ເພື່ອສ້າງຮູບແບບບຳລຸງສ້າງ Ai ຮອບດ້ານ, ເໝາະສົມກັບສະພາບຕົວຈິງ ຫວຽດນາມ, ຕອບສະໜອງຄວາມຕ້ອງການໃນທຸກລະດັບທີ່ແຕກຕ່າງກັນ
  ທ່ານສາດສະດາຈານ, ປ.ອ ຫງວຽນຊວັນທັ້ງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ເຮັດວຽກກັບທ່ານ Doron Avnin ຮອງປະທານກຸ່ມບໍລິສັດ Google (ພາບ: vov1)  

ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານສາດສະດາຈານ, ປ.ອ ຫງວຽນຊວັນທັ້ງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ມີການເຮັດວຽກກັບທ່ານ Doron Avnin ຮອງປະທານກຸ່ມບໍລິສັດ Google ຜູ້ຮັບຜິດຊອບການພົວພັນລະຫວ່າງ ລັດຖະບານ ແລະ ນະໂຍບາຍພາກລັດທີ່ ໃຫ້ແກ່ບັນດາຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນ.

ທີ່ການເຮັດວຽກ, ທ່ານ ຫງວຽນຊວັນທັງ ສະເໜີສະຖາບັນຈະຮ່ວມມືກັບກຸ່ມບໍລິສັດ Google ເພື່ອສ້າງຮູບແບບບຳລຸງສ້າງ Ai ຮອບດ້ານ, ເໝາະສົມກັບສະພາບຕົວຈິງ ຫວຽດນາມ, ຕອບສະໜອງຄວາມຕ້ອງການໃນທຸກລະດັບທີ່ແຕກຕ່າງກັນ: ນັບແຕ່ການເຜີຍແຜ່ຄວາມຮູ້ກ່ຽວກັບຄວາມສາມາດດ້ານດີຈີຕອນ, ຄວາມສາມາດໃນການນຳໃຊ້ Ai ຢ່າງມີປະສິດທິຜົນໃຫ້ແກ່ພະນັກງານການນຳ, ຄຸ້ມຄອງ, ພະນັກງານຮາກຖານ, ຕະຫຼອດຮອດບັນດາໂຄງການລົງເລິກວິຊາສະເພາະ ທີ່ສະຫງວນໃຫ້ແກ່ບັນດາພະນັກງານການນຳ ແລະ ນັກຊ່ຽວຊານເຕັກໂນໂລຢີໃນລະບົບການເມືອງ

ສ່ວນກຸ່ມບໍລິສັດ Google, ທ່ານ Doron Avnin ຕີລາຄາສູງວິໄສທັດຍຸດທະສາດຂອງ ຫວຽດນາມ, ເປັນຕົ້ນແມ່ນໃນການຜັນຂະຫຍາຍບັນດາແຜນນະໂຍບາຍ, ມະຕິໃຫຍ່ຂອງພັກ, ຄືມະຕິເລກທີ 57 ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ. ທ່ານ ຢັ້ງຢືນກຸ່ມບໍລິສັດ Google ຍາມໃດກໍ່ກຽມພ້ອມຈະຮ່ວມເດີນທາງກັບ ຫວຽດນາມ ໃນວິວັດການຫັນເປັນດີຈີຕອນ, ພິເສດແມ່ນໃນຂົງເຂດການສຶກສາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

(ແຫຼ່ງຄັດຈາກ VOV)

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.

Top