• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມບໍ​ລິ​ສັດ​ແຖວ​ໜ້າ​ ໄທ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ ແງ່​ຫວັງ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ຫວຽດ​ນາມ

ໃນບົດຕອບສຳພາດທີ່ໄດ້ລົງເວັບໄຊ AsiaNikkeiReview ໃນວັນທີ 5 ເມສາ, ທ່ານ ຣົງລົດ ຣັງສິໂຍພາດ ປະທານທັງເປັນຜູ້ອຳນວຍການກຸ່ມບໍລິສັດ SCG ໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມ ແມ່ນຕະຫຼາດບຸລິມະສິດແຖວໜ້າ ຂອງ SCG ໃນຊຸມປີຈະມາເຖິງ. 
Siam Cement Group  (ພາບ: Reuters)

Siam Cement Group (SCG) ຊຶ່ງແມ່ນໜຶ່ງໃນບັນດາກຸ່ມບໍລິສັດອຸດສາຫະກຳແຖວໜ້າ ຂອງ ໄທ, ໄດ້ສະແດງຄວາມປະເອີບໃຈ ຕໍ່ແງ່ຫວັງດຳເນີນທຸລະກິດ ຢູ່ບັນດາຕະຫຼາດອາຊີຕາເວັນອອກສ່ຽງໃຕ້, ລາຍລະອຽດແມ່ນຢູ່ ຫວຽດນາມ. ໃນບົດຕອບສຳພາດທີ່ໄດ້ລົງເວັບໄຊ AsiaNikkeiReview ໃນວັນທີ 5 ເມສາ, ທ່ານ ຣົງລົດ ຣັງສິໂຍພາດ ປະທານທັງເປັນຜູ້ອຳນວຍການກຸ່ມບໍລິສັດ SCG ໃຫ້ຮູ້ວ່າ: ປັດຈຸບັນ, ຫວຽດນາມ ແມ່ນຕະຫຼາດບຸລິມະສິດແຖວໜ້າ ຂອງ SCG ໃນຊຸມປີຈະມາເຖິງ. SCG ຄາດຄະເນວ່າ ລາຍຮັບຈາກບັນດາຕະຫຼາດອາຊີຕາເວັນອອກສ່ຽງໃຕ້ (ນອກຈາກ ໄທ) ຈະເພີ່ມຂຶ້ນ ແລະ ກວມເອົາ 35% ຍອດລາຍຮັບ, ເມື່ອທຽບໃສ່ກັບລະດັບ 26% ຄືໃນປັດຈຸບັນ, ເມື່ອໂຮງງານຜະລິດນ້ຳມັນຂອງ ຫວຽດນາມ ເຂົ້າສູ່ການເຄື່ອນໄຫວ. SCG ມີບາງໂຄງການພວມໄດ້ຮັບການຜັນຂະຫຍາຍ, ບາງໂຄງການໃຫຍ່ຄື ກຸ່ມເຄມີຢູ່ພາກເໜືອ ຫວຽດນາມ, ໂດຍບໍ່ຖືກຜົນກະທົບຈາກໂຄວິດ - 19.
 (ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະຄຸນ​ນະ​ພາບ​ສູງຄັ້ງ​ທຳ​ອິດ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ​ນະ​ຄອນຫຼວງ

ເປີດ​ຕົວ​ລາຍ​ການ​ສະ​ແດງ​ສິ​ລະ​ປະຄຸນ​ນະ​ພາບ​ສູງຄັ້ງ​ທຳ​ອິດ​ທີ່​ມີ​ເຄື່ອງ​ໝາຍ​ການ​ຄ້າ​ນະ​ຄອນຫຼວງ

ຜ່ານ​ລາຍ​ການ, ຄະ​ນະ​ຈັດ​ຕັ້ງ​ປາດ​ຖະ​ໜາ​ຢາກ​ແນະ​ນຳ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ຊາວ​ຮ່າ​ໂນ້ຍ ​ດ້ວຍ​ພາ​ສາ​ສິ​ລະ​ປະ​ແຈ່ວ, ສ້າງ​ຜະ​ລິດ​ຕະ​ພັນ​ສະ​ແດງ​ປະ​ຈຳ​ໄລ​ຍະ​ເທື່ອ​ລະ​ກ້າວ, ກາຍ​ເປັນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ທີ່​ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ສາ​ກົ

Top