• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມບໍລິສັດ Viettel ຂອງຫວຽດນາມ ຮັບໃບຢັ້ງຢືນຈາກ 2 ອົງການທີ່ມີຊື່ສຽງໃນໂລກ

      ວັນທີ 14 ສິງຫາ, ສູນຖານຂໍ້ມູນຂອງ ກຸ່ມບໍລິສັດ Viettel ຢູ່ ຮ່ວາລາກ ໄດ້ຮັບໃບຢັ້ງຢືນ Uptime Tier III ກ່ຽວກັບການອອກແບບສູນຖານຂໍ້ມູນ ຈາກ ອົງການ Uptime Institute ຂອງ ອາເມລິກາ ຊື່ງແມ່ນອົງການທີ່ມີຊື່ສຽງແຖວຫນ້າໂລກ . 

ກຸ່ມບໍລິສັດ Viettel ຂອງຫວຽດນາມ ຮັບໃບຢັ້ງຢືນຈາກ 2 ອົງການທີ່ມີຊື່ສຽງໃນໂລກ
      ກ່ອນຫນ້ານັ້ນ ເດືອນທັນວາ ປີ 2019, Viettel IDC ກໍ່ໄດ້ຮັບໃບຢັ້ງຢືນ ANSI/TIA-942 Rated 3 ຈາກອົງການ Enterprise Products Integration Pte Ltd (EPI) ກ່ຽວກັບການກໍ່ສ້າງຖານຂໍ້ມູນ. ໃບຢັ້ງຢືນຫລ້າສຸດນີ້ ເປັນການສະແດງໃຫ້ເຫັນວ່າ ສູນຖານຂໍ້ມູນດັ່ງກ່າວຂອງ Viettel ຕອບສະຫນອງໄດ້ບັນດາມາດຕະຖານສາກົນ, ຮັບປະກັນຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດກ່ຽວກັບສະຖຽນລະພາບ, ຄວາມປອດໄພ ແລະ ຕໍ່ເນື່ອງໃນວິວັດການເຄື່ອນໄຫວ, ສະຫນອງບໍລິການໃຫ້ລູກຄ້າ, ນັບທັງໃນເງື່ອນໄຂຫຍຸ້ງຍາກທີ່ສຸດ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top