• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມ 4 ປະ​ເທດ​ QUAD ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ອິນ​ເດຍ ແລະ ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ໃນ​ລະ​ບ​ົບ​ສາ​ກົນ

ບັນດາລັດຖະມົນຕີ ກໍເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ ພິເສດແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍສຳລັບຄວາມເປັນລະບຽບຮຽບຮ້ອຍໃນການເດີນເຮືອສາກົນ.
ການນຳ 4 ປະເທດ QUAD (ພາບ: CNN)

ລັດຖະມົນຕີການຕ່າງປະເທດບັນດາປະເທດໃນກຸ່ມ 4 ປະເທດ QUAD, ເຊິ່ງລວມມີ: ອາເມລິກາ, ອົດສະຕາລີ, ອິນເດຍ ແລະ ຍີ່ປຸ່ນ, ວັນທີ 22 ກັນຍາ, ໄດ້ມີການພົບປະຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ເຊິ່ງດຳເນີນຢູ່ ນິວຢອກ, ອາເມລິກາ. ບັນດາລັດຖະມົນຕີການຕ່າງປະເທດ ໄດ້ຢັ້ງຢືນເຖິງການສະໜັບສະໜູນ ສປຊ ແລະ ປັບປຸງການຮ່ວມມືຂອງກຸ່ມໃນລະບົບສາກົນ. ບັນດາລັດຖະມົນຕີ ກໍເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມກົດໝາຍສາກົນ ພິເສດແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍສຳລັບຄວາມເປັນລະບຽບຮຽບຮ້ອຍໃນການເດີນເຮືອສາກົນ ໂດຍອີງໃສ່ຂໍ້ກຳນົດກົດໝາຍ, ລວມທັງສິ່ງທີ່ກ່ຽວຂ້ອງເຖິງຄຳຮຽກສິດໃນການເດີນເຮືອ ແລະ ຢູ່ທະເລຮວາຕູງ ແລະ ທະເລຕາເວັນອອກ.        

ທ່ານລັດຖະມົນຕີການຕ່າງປະເທດຂອງ 4 ປະເທດດັ່ງກ່າວ ກໍໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການບັນລຸໄດ້ສັນຕິພາບຢ່າງຮອບດ້ານ, ຍຸຕິທຳ ແລະ ຍາວນານຢູ່ ຢູແກຼນ; ຢັ້ງຢືນຄຳໝັ້ນສັນຍາສ້າງແຫຼມເກົາຫຼີປອດນິວເຄຼຍ ຢ່າງສີ້ນເຊີງ ແລະ ຢັ້ງຢືນການສະໜັບສະໜູນບັນດາຄວາມມານະພະຍາຍາມແກ້ໄຂສະພາບການຢູ່ ມຽນມາ ໂດຍ ອາຊຽນ ນຳໜ້າ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top