ວັນທີ 17 ກຸມພາ, ຄະນະພະນັກງານ, ພາລະກອນກຳປັ່ນ Settsu ແລະ ກຳລັງປົກປ້ອງຝັ່ງທະເລ ຍີ່ປຸ່ນ ນຳໂດຍທ່ານພົນຈັດຕະວາ Nagai Nobukazu, ຮອງຜູ້ບັນຊາກຳລັງ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມກອງບັນຊາການຕຳຫຼວດທະເລເຂດ 2 ຢູ່ແຂວງ ກວາງນາມ.
ທີ່ການຕ້ອນຮັບຄະນະ, ທ່ານພັນເອກ ເຈິ່ນກວາງຕວັນ, ຜູ້ບັນຊາການຕຳຫຼວດທະເລເຂດ 2 ເນັ້ນໜັກວ່າ ການຢ້ຽມຢາມແມ່ນໂອກາດທີ່ດີ ເພື່ອໃຫ້ສອງຝ່າຍແບ່ງປັນ, ຮ່ຳຮຽນເອົາບົດຮຽນ ປະສົບການ ໃນການປະຕິບັດກົດໝາຍບົນທະເລ ກໍ່ຄືເພີ່ມທະວີການພົບປະແລກປ່ຽນ, ຮ່ວມມື ແລະ ເຂົ້າໃຈຊື່ງກັນ ແລະ ກັນ ເພື່ອແນໃສ່ສະແດງນ້ຳໃຈມິດຕະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງກຳລັງຕຳຫຼວດ ຫວຽດນາມ ແລະ ແລະ ກຳລັງປົກປ້ອງຝັ່ງທະເລ ຍີ່ປຸ່ນ.
ຄະນະພະນັກງານ, ພາລະກອນ ກຳລັງປົກປ້ອງຝັ່ງທະເລ ຍີ່ປຸ່ນ ໄດ້ໄປຢ້ຽມຢາມບັນດາການເຄື່ອນໄຫວຂອງກອງບັນຊາການຕຳຫຼວດທະເລເຂດ 2 ແລະ ກຳປັ່ນຕຳຫຼວດທະເລ 8002 ແລະ ໄດ້ພ້ອມກັນແຂ່ງຂັນບານສົ່ງມິດຕະພາບ.