• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ປູ​ເຈ​ຍ-ໄທ ເຫັນ​ດີ​ຕໍ່​ຂໍ້​ສະ​ເໜີ​ຢຸດ​ຍິງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ

ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໃຫ້ຮູ້ວ່າ ທ່ານໄດ້ເນັ້ນໜັກທັດສະນະຂອງ ກຳປູເຈຍ ເຫັນດີຕໍ່ຂໍ້ສະເໜີຢຸດຍິງໃນທັນທີ ແລະ ໄຫ້ເງື່ອນໄຂລະຫວ່າງກອງທັບສອງປະເທດ.
  ພາບປະກອບ: THX/TTXVN  

ໃນຕອນຄ່ຳວັນທີ 26 ກໍລະກົດ, ບັນດາການນຳຂອງໄທ ແລະ ກຳປູເຈຍ ໄດ້ດຳເນີນການເຈລະຈາທາງໂທລະສັບສະເພາະຕ່າງໆກັບທ່ານປະທານາທິບໍດີ ອາເມລິກາ Donald Trump. ຊື່ງໃນນັ້ນ ທ່ານປະທານາທິບໍດີ Donald Trump ສະແດງຄວາມປາດຖະໜາຢາກ ເຫັນ ກຳປູເຈຍ ແລະ ໄທ ຢຸດຍິງໃນທັນທີ ແລະ ຮັກສາສັນຕິພາບ.

ສ່ວນຝ່າຍ ກຳປູເຈຍ, ໃນແຈ້ງການລົງສື່ສັງຄົມອອນໄລ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໃຫ້ຮູ້ວ່າ ທ່ານໄດ້ເນັ້ນໜັກທັດສະນະຂອງ ກຳປູເຈຍ ເຫັນດີຕໍ່ຂໍ້ສະເໜີຢຸດຍິງໃນທັນທີ ແລະ ໄຫ້ເງື່ອນໄຂລະຫວ່າງກອງທັບສອງປະເທດ. ພາຍຫຼັງໄດ້ຮັບຂ່າວຈາກທ່ານປະທານາທິບໍດີ ອາເມລິກາ,  ໄທ ກໍ່ເຫັນດີຕໍ່ສະເໜີຢຸດຍິງໃນທັນທີ, ທ່ານໄດ້ຊີ້ນຳທ່ານ Prak Sokhonn ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ປຶກສາຫາລືກັບ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio, ກໍ່ຄືສົມທົບກັບຄູ່ຮ່ວມຕຳແໜ່ງໄທ ໃນການຜັນຂະຫຍາຍ ເນື້ອໄດ້ຄວາມເຫັນດີເປັນເອກະພາບໂດຍພື້ນຖານ, ເພື່ອແນໃສ່ຢຸດຕິການກໍ່ຄວາມບາດເຈັບລົ້ມຕາຍຂອງນັກຮົບ ແລະ ສາມັນຊົນສອງຝ່າຍ.

ໃນຂະນະນັ້ນ, ກະຊວງການຕ່າງປະເທດ ໄທ ໄດ້ປະກາດວ່າ ທ່ານ Phumtham Wechayachai ຜູ້ຮັກສາການນາຍົກລັດຖະມົນຕີ ໄທ ຫາກໍ່ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump. ໂດຍຕອບສະໜອງຄວາມຮຽກຮ້ອງ, ທ່ານ Phumtham Wechayachai ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມສົນໃຈ ແລະ ບົດບາດເປັນກາງໄກ່ເກ່ຍຂອງທ່ານປະທານາທິບໍດີ Trump, ພ້ອມທັງຢັ້ງຢືນວ່າ ໄທເຫັນດີຕາມຫຼັກການກ່ຽວກັບການຢຸດຍິງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ກຳນົດຄືນໃໝ່ຂົງເຂດພັດທະນາ ກວາງຈິ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ກຳນົດຄືນໃໝ່ຂົງເຂດພັດທະນາ ກວາງຈິ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ ກວາງຈິ ຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ໃຫ້ເປັນຢ່າງດີ, ໃນນັ້ນກຳນົດຂົງເຂດພັດທະນາຂອງແຂວງຄືນໃໝ່

Top