• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ປູ​ເຈຍ ແຈ້ງ​ໝາກ​ຜົນ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ອາ​ຊຽນ ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ໃຫ້​ແກ່ ມຽນມາ

ຕອນຄ່ຳວັນທີ 6 ພຶດສະພາ, ໃນຖານະເປັນປະເທດປະທານໝູນວຽນ ອາຊຽນ, ກະຊວງການຕ່າງປະທດ ແລະ ຮ່ວມມືສາກົນ ກຳປູເຈຍ ໄດ້ປະກາດໝາກຜົນກ່ຽວກັບກອງປະຊຸມປຶກສາຫາລືການໜູນຊ່ວຍມະນຸດສະທຳຂອງ ອາຊຽນ ໃຫ້ແກ່ ມຽນມາ ຖືກຈັດຂຶ້ນຜ່ານຮູບແບບໂດຍກົງ ແລະ ທາງໄກຈາກສະຖານທີ່ເຊື່ອມຕໍ່ຢູ່ ພະນົມເປັນໃນວັນທີ 6 ພຶດສະພາ.

ກອງປະຊຸມໄດ້ເຫັນດີວ່າ ສູນ AHA ຈະປຶກສາຫາລືກັບກຸ່ມຮັບຜິດຊອບວຽກງານ ມຽນມາ ຢ່າງແໜ້ນແຟ້ນ ເພື່ອກຳນົດວຽກງານຜັນຂະຫຍາຍຂອບເຂດໜ້າທີ່ຢູ່ບັນດາລັດ ແລະ ຂົງເຂດຕ່າງໆຂອງ ມຽນມາ. ດ້ວຍຄວາມເຫັນດີເຫັນພ້ອມຂອງກຸ່ມຮັບຜິດຊອບວຽກງານ ມຽນມາ ແລະ ສູນ AHA ຈະຊຸກຍູ້ການມອບເຄື່ອງຊ່ວຍເຫຼືອ. ກຸ່ມຮັບຜິດຊອບວຽກງານ ກ່ຽວກັບ ມຽນມາຈະຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ບັນດາສະມາຊິກໃນກຸ່ມຊ່ວຍບັນເທົາທຸກ.

        ສູນ AHA ແລະ ກະຊວງສາທາລະນະສຸກ ມຽນມາ ເຫັນດີຈັດສົ່ງວັກຊິນກັນພະຍາດໂຄວິດ - 19 ໄປຍັງເຂດທີ່ມີຄວາມຕ້ອງການ ຢ່າງທັນການ ແລະ ຜັນຂະຫຍາຍການສັກວັກຊິນຢູ່ຕາແສງຕ່າງໆ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top