ເດືອນທັນວາ 1946, ບັນຍາກາດກະກຽມການຕໍ່ຕ້ານໄດ້ປົກຄຸມໃນທົ່ວປະເທດ. ຮ່າໂນ້ຍ ເຄັ່ງຕຶງທີ່ສຸດ. ຕອນເຊົ້າວັນທີ 19 ທັນວາ 1946, ຝລັ່ງ ໄດ້ຝາກຄຳຂາດມາຍັງລັດຖະບານ ຫວຽດນາມ ເພື່ອທວງເອົາປົດອາວຸດກຳລັງປ້ອງກັນຕົວ, ຢຸດທຸກການເຄື່ອນໄຫວກະກຽມຕໍ່ຕ້ານ, ຮຽກທວງເອົາສິດຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນນະຄອນ.
ເວລາ 20 ໂມງຂອງວັນທີ 19 ທັນວາ 1946, ດອກໄຟ ຮ່າໂນ້ຍ ດັບໝົດ, ປືນໃຫຍ່ດັງຂຶ້ນຈາກປ້ອມປືນ ຫຼາງ. ຢູ່ສະຖານີວິທະຍຸ ເຮືອນເລກທີ 128C ດ້າຍລາ, ໂຄສົກວິທະຍຸກະຈາຍສຽງ ຫວຽດນາມ, ທ່ານນາງ ເຢືອງທິເງິນ ໄດ້ອ່ານແຈ້ງການຢ່າງຈະແຈ້ງ “ສຽງປືນໃຫຍ່ໄດ້ລະເບີດຂຶ້ນຢູ່ ຮ່າໂນ້ຍ, ບັ້ນຕໍ່ຕ້ານທົ່ວປະເທດເລີ່ມຕົ້ນແລ້ວ”. ນັກຂ່າວ ເຈິ່ນດຶກນວຍ, ອະດີດຫົວໜ້າຄະນະເລຂາບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ, ໄດ້ເລົ່າຄືນບັນດາຂໍ້ມູນທີ່ໄດ້ຈົດໄວ້ຈາກຕົວພະຍານວ່າ:
“ຄ່ຳຄືນວັນທີ 19 ທັນວາ 1946, ຄຳສັ່ງດຳເນີນການຕໍ່ຕ້ານໃນທົ່ວປະເທດ, ເມື່ອປ້ອມປືນໃຫຍ່ ຫຼາງ ຍິງປືນໃຫຍ່, ວິທະຍຸກະຈຽງ ຫວຽດນາມ ຈະເວົ້າວ່າ ບັ້ນຕໍ່ຕ້ານເລີ່ມຕົ້ນແລ້ວ, ເວລານັ້ນແມ່ນ ທັງປະເທດລຸກຂຶ້ນຕໍ່ສູ້. ເມື່ອມ້າງສະຖານີ ແບກມາຍ ເພື່ອເຂົ້າຮ່ວມການຕໍ່ຕ້ານ, ທ່ານນາງ ເຢືອງທິເງິນ ໄດ້ເວົ້າວ່າ: ພົບກັນໃໝ່ກັບພໍ່ແມ່ພີ່ນ້ອງນັກຮົບທົ່ວປະເທດ ແລະ ຜູ້ຟັງທັງຫຼາຍໃນເວລາ 6 ໂມງເຊົ້າຂອງມືີ້ຕໍ່ໄປ”.
ວັດ ເຈິ່ມ ແມ່ນບ່ອນຫຼົບໄພທຳອິດຂອງວິທະຍຸກະຈາຍສຽງ ຫວຽດນາມ. ຢູ່ທີ່ນີ້, 6 ໂມງເຊົ້າຂອງວັນທີ 20 ທັນວາ 1945, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ອອກອາກາດຄຳຮຽກຮ້ອງທົ່ວປະເທດເຂົ້າຮ່ວມບັ້ນການຕໍ່ຕ້ານຂອງປະທານ ໂຮ່ຈີມິນ, ເຊິ່ງເປັນການສ້າງຂີດໝາຍປະຫວັດສາດທຳອິດຂອງວິທະຍຸກະຈາຍສຽງ ຫວຽດນາມ ຮ່ວມເດີນທາງໃນບັ້ນຕໍ່ສູ້ພ້ອມກັບຊາດ.
ກໍຢູ່ທີ່ວັດ ເຈິ່ມ, ຄ່ຳຄືນວັນທີ 21 ມັງກອນ 1947, ປະທານ ໂຮ່ຈີມິນ ໄດ້ມາຢ້ຽມຢາມພະນັກງານ, ກຳມະກອນວິທະຍຸກະຈາຍສຽງ ຫວຽດນາມ ແລະ ຢູ່ທີ່ນີ້, ປະທານ ໂຮ່ຈີມິນ ໄດ້ອ່ານຈົດໝາຍອວຍພອນປີໃໝ່ຝາກເຖິງພໍ່ແມ່ພີ່ນ້ອງນັກຮົບທົ່ວປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ບົດຄຳກອນນັ້ນແມ່ນບົດເພງຕໍ່ສູ້ ແລະ ໄຊຊະນະ ເຊິ່ງວິທະຍຸກະຈາຍສຽງ ຫວຽດນາມ ມີຄວາມເປັນກຽດໄດ້ອອກອາກາດເປັນຄັ້ງທຳອິດ.
ໃນຕະຫຼອດໄລຍະ 09 ປີແຫ່ງການຕໍ່ຕ້ານອັນຍືດເຍື້ອຍາວນານ (1946 – 1954) ເພື່ອຮັບປະກັນສຽງເວົ້າ ຫວຽດນາມ ບໍ່ຖືກຢຸດເຊົາຄືດັ່ງຄຳບອກສອນຂອງປະທານ ໂຮ່ຈີມິນ ນັ້ນ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຍ້າຍໄປເຖິງ 14 ຄັ້ງ ເພື່ອຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ແກ່ຄື້ນກະຈາຍສຽງແຫ່ງຊາດ. ເຖິງວ່າໃນເງື່ອນໄຂຍົກຍ້າຍຫຼົບໄພທີ່ຂາດແຄນ, ຫຍຸ້ງຍາກຫຼາຍຢ່າງກໍຕາມ, ແຕ່ຄື້ນກະຈາຍສຽງ ຫວຽດນາມ ຍັງໄດ້ຮັບການເຄື່ອນໄຫວຢ່າງຕໍ່ເນື່ອງ. ບັນດາລາຍການຂ່າວ, ຄໍລຳຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ປະກອບສ່ວນລະດົມກຳລັງໃຈສົ່ງເສີມໃຫ້ປະຊາຊົນເພີ່ມທະວີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວກັນ, ຕັດສິນໃຈຍາດເອົາໄຊຊະນະ, ເຊິ່ງຈຸດສູງແມ່ນໄຊຊະປະຫວັດສາດ ດ້ຽນບຽນຝູ ທີ່ດັງກ້ອງກັງວານໄປທົ່ວຫ້າທະວີບໃນໂລກ.
ບັນດາຂ່າວປະກາດໄຊຊະນະ ໄດ້ສົ່ງໄປ, ໄດ້ສົ່ງສະທ້ອນປະສານກາຍກອງເປັນບົດເພງໄຊຊະນະອະມະຕະ. ນັກຮົບເກົ່າ ຫງວຽນກວນ, ແຂວງ ບັກກ້ານ ຢັ້ງຢືນວ່າ:
“ຍ້ອນເຮັດທຸກຢ່າງເພື່ອຕໍ່ຕ້ານ, ທຸກຢ່າງເພື່ອໄຊຊະນະ, ສະນັ້ນ ຍາມໃດກໍລໍຖ້າຂ່າວໄຊະນະຈາກບັນດາສະໜາມຮົບ. ເຖິງວ່າໃນຊຸມວັນເດືອນປີຕໍ່ຕ້ານປະສົບກັບຄວາມຫຍຸ້ງຍາກ, ລຳບາກຍາກເຂັນຫຼາຍຢ່າງ, ແຕ່ເມື່ອໄດ້ຮັບຟັງສຽງເວົ້າວ່າ “ທີ່ນີ້ ວິທະຍຸກະຈາຍສຽງ ຫວຽດນາມ” ໃນໃຈຂ້າພະເຈົ້າກໍເຕັມໄປດ້ວຍຄວາມເຊື່ອໝັ້ນ ຈະໄດ້ຮັບຂ່າວການຕໍ່ຕ້ານໄດ້ຮັບໄຊຊະນະແລ້ວ”.
ສຽງເວົ້າຂອງປະເທດຊາດຜ່ານຄື້ນກະຈາຍສຽງ ໄດ້ກາຍເປັນຄຳຮຽກຮ້ອງຂອງປະເທດຊາດ, ແມ່ນຄວາມໃນໃຈຂອງຊາດ ແລ້ວພາຍຫຼັງໄລຍະທາງທີ່ລຳບາກນັ້ນ, ຫວຽດນາມ ກໍບັນລຸໄດ້ໄຊຊະນະຢ່າງສົມບູນ, ປະເທດຊາດໄດ້ຮັບການທ້ອນໂຮມເປັນເອກະພາບ.
80 ປີຜ່ານພົ້ນໄປນັບແຕ່ໄລຍະປະຫວັດສາດ ວັນທີ 7 ກັນຍາ 1945, ເມື່ອວິທະຍຸກະຈາຍສຽງ ຫວຽດນາມ ອອກອາກາດລາຍການຂ່າວທຳອິດ, ສຽງເວົ້າ ຫວຽດນາມ ໄດ້ຮ່ວມ ເດີນທາງພ້ອມກັບປະຫວັດສາດຂອງຊາດຢ່າງຕໍ່ເນື່ອງ, ກາຍເປັນຂົວເຊື່ອມຕໍ່ລະຫວ່າງອະດີດຕະການ ກັບປັດຈຸບັນ ແລະ ອະນາຄົດ./.