• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງໜູນຊຸກຍູ້ຄູ່ຮ່ວມມືເສດຖະກິດສີຂຽວ, ເສດຖະກິດດີຈີຕອນ ຫວຽດນາມ - ສິງກະໂປ

ເລື່ອງ 2 ປະເທດມຸ່ງໄປເຖິງການຍົກລະດັບການພົວພັນໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຊຸກຍູ້ ແລະ ຫັນການພົວພັນຄູ່ຮ່ວມມືເສດຖະກິດສີຂຽວ, ເສດຖະກິດດີຈີຕອນ ທີ່ໄດ້ເລີ່ມເຄື່ອນໄຫວກ່ອນນີ້ 2 ປີໃຫ້ປະກົດຜົນເປັນຈິງ.
ທ່ານສາດສະດາຈານ Bilveer Singh, ມະຫາວິທະຍາໄລແຫ່ງຊາດ ສິງກະໂປ (ພາບເອກະສານ: TTXVN)

ການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ສິງກະໂປ ພວມໄດ້ສ້າງຕັ້ງບົນບັນດາຫຼັກການໝັ້ນຄົງໜັກແໜ້ນ, ລວມທັງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ. ເລື່ອງ 2 ປະເທດມຸ່ງໄປເຖິງການຍົກລະດັບການພົວພັນໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນຊຸກຍູ້ ແລະ ຫັນການພົວພັນຄູ່ຮ່ວມມືເສດຖະກິດສີຂຽວ, ເສດຖະກິດດີຈີຕອນ ທີ່ໄດ້ເລີ່ມເຄື່ອນໄຫວກ່ອນນີ້ 2 ປີໃຫ້ປະກົດຜົນເປັນຈິງ. ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ອນການຢ້ຽມຢາມ ສິງກະໂປ ຂອງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານສາດສະດາຈານ Bilveer Singh, ມະຫາວິທະຍາໄລແຫ່ງຊາດ ສິງກະໂປ (NUS), ຫວັງວ່າ ສິງກະໂປ ແລະ ຫວຽດນາມ ສາມາດຮ່ວມມືກັນຢ່າງແໜ້ນແຟ້ນໃນຂົງເຂດເສດຖະກິດດີຈີຕອນໃນຈຸດເວລາປະຈຸບັນ, ຍ້ອນຮູບແບບນີ້ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ແລະ ມີແງ່ຫວັງອັນສົດໃສໃນອະນາຄົດ.

        ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິນກະໂປ ເຈິ່ນເຟືອກແອັງ ໃຫ້ຮູ້ວ່າ, ຕ້ອງສືບຕໍ່ສົ່ງເສີມການລົງທຶນຂອງ ສິງກະໂປ ເຂົ້າບັນດາຂະແໜງເຕັກໂນໂລຊີສູງ, ພະລັງງານຜະລິດຄືນໃໝ່ ແລະ ການຫັນເປັນດີຈີຕອນຢູ່ ຫວຽດນາມ, ພ້ອມກັນນັ້ນ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງການເຄື່ອນໄຫວຢູ່ ສິງກະໂປ. ພ້ອມກັນນັ້ນ, 2 ຝ່າຍຕ້ອງເປີດກວ້າງການຮ່ວມມືໃນຂົງເຂດການສຶກສາ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຊຸກຍູ້ນ້ຳໃຈມິດຕະພາບຢ່າງຍາວນານລະຫວ່າງປະຊາຊົນ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ເປີດສະຫຼອງເສັ້ນທາງລົດໄຟ Metro ເລກ 1, ກຳລັງໜູນເພື່ອພັດທະນາປະເທດຊາດ

ເປີດສະຫຼອງເສັ້ນທາງລົດໄຟ Metro ເລກ 1, ກຳລັງໜູນເພື່ອພັດທະນາປະເທດຊາດ

ພິທີໄດ້ຈັດຂຶ້ນຢູ່ເຂດເທິງສະຖານນີລົດໄຟ ເບັນແທັ່ງ, ເມືອງ 1, ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດຈັດງານບຸນ ຫວຽດນາທ - ຍີ່ປຸ່ນ ຄັ້ງທີ 10

Top