ຂ່າວສານ
ການໂອ້ລົມສົນທະນາ Shangri-La 2025: ອາເມລິກາ ຢາກຊຸກຍູ້ບັນດາສຳພັນທະມິດຢູ່ມະຫາສະໝຸດ ອິນເດຍ-ປາຊິຟິກ
ຕອນເຊົ້າວັນທີ 31 ພຶດສະພາ, ທ່ານ Piti Hegseth ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ມີບົດກ່າວປາໄສທີ່ໜ້າສົນໃຈຢູ່ການໂອ້ລົມສົນທະນາ Shangri-La 2025 ຊື່ງພວມຈັດຂຶ້ນຢູ່ Singapore. ທ່ານລັດຖະມົນຕີ Piti Hegseth ໄດ້ເນັ້ນໜັກວ່າ ອາເມລິກາ ມີຄວາມເອກອ້າງທະນົງໃຈ ເມື່ອໄດ້ກັບຄືນ ມະຫາສະໝຸດ ອິນເດຍ-ປາຊິຟິກ ແລະ ອາເມລິກາ ຈະຢູ່ທີ່ນີ້. ອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ມະຫາສະໝຸດ ອິນເດຍ-ປາຊິຟິກ ແມ່ນການບຸລິມະສິດຂອງ ອາເມລິກາ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ເຕື້ອງເຖິງບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງໃນປະຈຸບັນຢູ່ມະຫາສະໝຸດ ອິນເດຍ-ປາຊິຟິກ ຄື: ບັນຫາຄວາມໝັ້ນຄົງໃນເຄືອຄ່າຍອິນເຕີແນັດ, ຍານອາວະກາດ ແລະ ມະຫາສະໝຸດ. ທ່ານລັດຖະມົນຕີ Piti Hegseth ໄດ້ເນັ້ນໜັກເຖິງການຊຸກຍູ້ບັນດາສຳພັນທະມິດຢູ່ມະຫາສະໝຸດ ອິນເດຍ-ປາຊິຟິກ, ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍບັນດາສຳພັນທະມິດຂອງ ອາເມລິກາ ຄື: ຍີ່ປຸ່ນ, ຟິລິບປິນ ດ້ວຍວິທີຍົກສູງກຳລັງຄວາມສາມາດດ້ານການປ້ອງກັນຊາດ ເພື່ອຮັບປະກັນຄວາມໝັ້ນຄົງ, ການຮັບມືກັບບັນດາສິ່ງທ້າທາຍໄດ້.