ພາຍຫຼັງການຄັດເລືອກມາຫຼາຍຮອບ, ຄະນະກຳມະການ ໄດ້ເລືອກເອົາບັນດາບົດເຂົ້າຮ່ວມການເສັງທີ່ມີຄຸນນະພາບດີທີ່ສຸດເພື່ອມອບລາງວັນຕ່າງໆ. ພວກເຮົາຂໍຖືເປັນກຽດແຈ້ງໃຫ້ທ່ານຊາບ ແລະ ຊົມເຊີຍບັນດາທ່ານຜູ້ຟັງທີ່ຍາດໄດ້ລາງວັນຕ່າງໆໃນການເສັງຄັ້ງນີ້, ລະອຽດແມ່ນ:
1. ລາງວັນສູງສຸດແມ່ນ ການທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ມີ 3 ລາງວັນ, ໄດ້ແກ່ທ່ານ:
- ທ່ານ Rudy Hartono, ສັນຊາດ ອິນໂດເນເຊຍ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ.
- ທ່ານ Vicentiu Daniel Gheorghe, ສັນຊາດ ຣູມານີ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ອັງກິດ
- ທ່ານ Oikawa Kazuaki, ສັນຊາດ ຍີ່ປຸ່ນ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ຍີ່ປຸ່ນ.
2. ລາງວັນຊົມເຊີຍ 10 ລາງວັນ ໄດ້ແກ່:
- ທ່ານ Andreas Fessler, ສັນຊາດ ເຢຍລະມັນ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ເຢຍລະມັນ
- ທ່ານ Ashik Eqbal, ສັນຊາດ ບັງກະລາເທດ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ອັງກິດ
- ທ່ານ Rabi Sankar Bosu, ສັນຊາດ ອິນເດຊຍ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ອັງກິດ
- ທ່ານ Ratchapol Ploythet, ສັນຊາດ ໄທ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ໄທ
- ທ່ານ Paul Jamet, ສັນຊາດ ຝລັ່ງ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ຝລັ່ງ
- ທ່ານ ຟ້າງຂຸງເຈຍ, ສັນຊາດ ຈີນ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ຈີນ.
- ທ່ານ ຫຼຽວຫວີ, ສັນຊາດ ຈີນ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ຈີນ.
- ທ່ານ ເພັດສະຫວັນ ສີຊານົນ, ສັນຊາດລາວ, ຜູ້ຟັງລາຍການກະຈາຍສຽງພາກພາສາ ລາວ
- ທ່ານ Nikolay Prigodich, ສັນຊາດ ເບລາຣຸດ, ຜູ້ຟັງລາຍການກະຈາຍສຽງພາກພາສາ ລັດເຊຍ
- ທ່ານ ເລເທືອງ, ຊາວ ຫວຽດນາມ ອາໄສ ຢູ່ ຍີ່ປຸ່ນ, ຜູ້ຟັງລາຍການກະຈາຍສຽງສຳລັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ.
3. ລາງວັນບົດເຂົ້າຮ່ວມການເສັງທີ່ໜ້າປະທັບໃຈ 2 ລາງວັນໄດ້ແກ່ທ່ານ:
- ທ່ານ Johnny Antonio Ramírez López, ສັນຊາດ ເປຣູ, ຜູ້ຟັງລາຍການກະຈາຍສຽງພາກພາສາ ແອັດສະປາຍ
- ທ່ານ Uch Leang, ສັນຊາດ ກຳປູເຈຍ, ຜູ້ຟັງລາຍການກະຈາຍສຽງພາກພາສາ ກຳປູເຈຍ
4. ລາງວັນຜູ້ເຂົ້າຮ່ວມທີ່ມີອາຍຸນ້ອຍສຸດ ໄດ້ແກ່ ນ້ອງ Andika Arga Nugraha, ອາຍຸ 12 ປີ, ຢູ່ Kalimantan, ອິນໂດເນເຊຍ,ຜູ້ຟັງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ.
5. ລາງວັນຜູ້ເຂົ້າຮ່ວມທີ່ມີອາຍຸສູງສຸດ ໄດ້ແກ່:
- ທ່ານ Ezequiel Hernandez Gmez ( ອາຍຸ 87 ປີ), ສັນຊາດ Cuba, ຜູ້ຟັງລາຍການກະຈາຍສຽງພາກພາສາ ແອັດສະປາຍ
6. ລາງວັນສະໂມສອນ/ອົງການທີ່ມີຈຳນວນຜູ້ເຂົ້າຮ່ວມຫຼາຍກວ່າໝູ່ໄດ້ແກ່:
- ສະມາຄົມ ຊາວ ຫວຽດນາມ ຢູ່ເຂດ Kansai (ຍີ່ປຸ່ນ) ດ້ວຍ 51 ຄົນເຂົ້າຮ່ວມການເສັງ.
ອີກຄັ້ງໜຶ່ງ, ພວກເຮົາຂໍຊົມເຊີຍຜູ້ຟັງທຸກໆທ່ານທີ່ຍາດໄດ້ລາງວັນໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025. ຂໍ້ມູນລາຍລະອຽດກ່ຽວກັບພິທີມອບລາງວັນຈະໄດ້ປະກາດໃນໄວໆນີ້./.