ຂ່າວສານ

ການ​ເສັງ​ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ ປີ 2025 ​ໄດ້ມີ​ເຈົ້າ​ຂອງ​ລາງວັນ​ຕ່າງໆ​ແລ້ວ

ພາຍຫຼັງຈັດການເສັງມາເປັນເວລາກວ່າ 3 ເດືອນ (ແຕ່ວັນທີ 10 ມີນາ - 30 ມິຖຸນາ 2025), ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025” ໄດ້ຮັບການຕອບສະໜອງ ແລະ ການເຂົ້າຮ່ວມຈາກຜູ້ຟັງ, ຜູ້ອ່ານຈຳນວນຫຼາຍທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ມີເພື່ອນຜູ້ຟັງທີ່ໄດ້ຕິດພັນກັບບັນດາລາຍການກະຈາຍສຽງຂອງ VOV5 ມາເປັນຫຼາຍປີ; ພ້ອມດຽວກັນນັ້ນແມ່ນເພື່ອນຜູ້ຟັງໃນບັນດາສະໂມສອນເພື່ອນຟັງວິທະຍຸສາກົນຢູ່ ອິນໂດເນເຊຍ, ອິນເດຍ, ປາກິດສະຖານ, ຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ… ກໍ່ໄດ້ເຂົ້າຮ່ວມການເສັງຢ່າງສຸດຈິດສຸດໃຈ. ຄະນະຈັດຕັ້ງຍາມໃດກໍເຄົາລົບນ້ຳໃຈຄວາມຮັກແພງທີ່ທ່ານຜູ້ຟັງທຸກໆທ່ານສະຫງວນໃຫ້ແກ່ການເສັງດັ່ງກ່າວ.

ພາຍຫຼັງການຄັດເລືອກມາຫຼາຍຮອບ, ຄະນະກຳມະການ ໄດ້ເລືອກເອົາບັນດາບົດເຂົ້າຮ່ວມການເສັງທີ່ມີຄຸນນະພາບດີທີ່ສຸດເພື່ອມອບລາງວັນຕ່າງໆ. ພວກເຮົາຂໍຖືເປັນກຽດແຈ້ງໃຫ້ທ່ານຊາບ ແລະ ຊົມເຊີຍບັນດາທ່ານຜູ້ຟັງທີ່ຍາດໄດ້ລາງວັນຕ່າງໆໃນການເສັງຄັ້ງນີ້, ລະອຽດແມ່ນ:

1.  ລາງວັນສູງສຸດແມ່ນ ການທ່ອງທ່ຽວ ຫວຽດນາມ  5 ວັນ 4 ຄືນ ມີ 3 ລາງວັນ, ໄດ້ແກ່ທ່ານ:

-     ທ່ານ Rudy Hartono, ສັນຊາດ ອິນໂດເນເຊຍ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ.

-     ທ່ານ Vicentiu Daniel Gheorghe, ສັນຊາດ ຣູມານີ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ອັງກິດ

-     ທ່ານ Oikawa Kazuaki, ສັນຊາດ ຍີ່ປຸ່ນ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ຍີ່ປຸ່ນ.

2.  ລາງວັນຊົມເຊີຍ 10 ລາງວັນ ໄດ້ແກ່:

-     ທ່ານ Andreas Fessler, ສັນຊາດ ເຢຍລະມັນ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ເຢຍລະມັນ

-     ທ່ານ Ashik Eqbal, ສັນຊາດ ບັງກະລາເທດ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ອັງກິດ

-     ທ່ານ Rabi Sankar Bosu, ສັນຊາດ ອິນເດຊຍ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ອັງກິດ

-     ທ່ານ Ratchapol Ploythet, ສັນຊາດ ໄທ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ໄທ

-     ທ່ານ Paul Jamet, ສັນຊາດ ຝລັ່ງ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ຝລັ່ງ

-     ທ່ານ ຟ້າງຂຸງເຈຍ, ສັນຊາດ ຈີນ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ຈີນ.

-     ທ່ານ ຫຼຽວຫວີ, ສັນຊາດ ຈີນ, ຜູ້ຟັງຂອງລາຍການກະຈາຍສຽງພາກພາສາ ຈີນ.

-     ທ່ານ ເພັດສະຫວັນ ສີຊານົນ, ສັນຊາດລາວ, ຜູ້ຟັງລາຍການກະຈາຍສຽງພາກພາສາ ລາວ

-     ທ່ານ Nikolay Prigodich, ສັນຊາດ ເບລາຣຸດ, ຜູ້ຟັງລາຍການກະຈາຍສຽງພາກພາສາ ລັດເຊຍ

-     ທ່ານ ເລເທືອງ, ຊາວ ຫວຽດນາມ ອາໄສ ຢູ່ ຍີ່ປຸ່ນ, ຜູ້ຟັງລາຍການກະຈາຍສຽງສຳລັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ.

3. ລາງວັນບົດເຂົ້າຮ່ວມການເສັງທີ່ໜ້າປະທັບໃຈ 2 ລາງວັນໄດ້ແກ່ທ່ານ:

-         ທ່ານ Johnny Antonio Ramírez López, ສັນຊາດ ເປຣູ, ຜູ້ຟັງລາຍການກະຈາຍສຽງພາກພາສາ ແອັດສະປາຍ

-         ທ່ານ Uch Leang, ສັນຊາດ ກຳປູເຈຍ, ຜູ້ຟັງລາຍການກະຈາຍສຽງພາກພາສາ ກຳປູເຈຍ

4.  ລາງວັນຜູ້ເຂົ້າຮ່ວມທີ່ມີອາຍຸນ້ອຍສຸດ ໄດ້ແກ່ ນ້ອງ Andika Arga Nugraha, ອາຍຸ 12 ປີ, ຢູ່ Kalimantan, ອິນໂດເນເຊຍ,ຜູ້ຟັງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ.

5. ລາງວັນຜູ້ເຂົ້າຮ່ວມທີ່ມີອາຍຸສູງສຸດ ໄດ້ແກ່:  

-         ທ່ານ Ezequiel Hernandez Gmez ( ອາຍຸ 87 ປີ), ສັນຊາດ Cuba, ຜູ້ຟັງລາຍການກະຈາຍສຽງພາກພາສາ ແອັດສະປາຍ

6. ລາງວັນສະໂມສອນ/ອົງການທີ່ມີຈຳນວນຜູ້ເຂົ້າຮ່ວມຫຼາຍກວ່າໝູ່ໄດ້ແກ່:

- ສະມາຄົມ ຊາວ ຫວຽດນາມ ຢູ່ເຂດ Kansai (ຍີ່ປຸ່ນ) ດ້ວຍ 51 ຄົນເຂົ້າຮ່ວມການເສັງ.

ອີກຄັ້ງໜຶ່ງ, ພວກເຮົາຂໍຊົມເຊີຍຜູ້ຟັງທຸກໆທ່ານທີ່ຍາດໄດ້ລາງວັນໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025. ຂໍ້ມູນລາຍລະອຽດກ່ຽວກັບພິທີມອບລາງວັນຈະໄດ້ປະກາດໃນໄວໆນີ້./.


top