• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງວັນ​ປຶ້ມ ແລະ ວັດ​ທະ​ນະ​ທຳ​ການ​ອ່ານ ຫວຽດ​ນາມ (21 ເມ​ສາ)

ເຫດ​ການ​ໂດຍ​ສຳ​ນັກ​ພິມ​ຈຳ​ໜ່າຍ​ແມ່​ຍິງ ຫວຽດ​ນາມ ແລະ 13 ຫົວ​ໜ່ວຍຢູ່​ຖະ​ໜົນ​ປ້ຶມ​ຮ່າ​ໂນ້ຍ ຈັດ​ຂຶ້ນ​ແຕ່​ວັນ​ທີ 21 – 27 ເມ​ສາ, ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວຄື: ງານ​ວາງ​ສະ​ແດງ, ແນະ​ນຳ, ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ປຶ້ມ, ໜັງ​ສື​ພິມ, ບັນ​ດາ​ການ​ເຄື່ອນ​ໄຫວ​ໂອ້​ລົມ​ສົນ​ທະ​ນາ...
  ພວກນ້ອງໆຢູ່ນະຄອນຫຼວງ ມີຄວາມກະຕືລືຫຼົ້ນໃນການຊອກຮູ້ປຶ້ມມ່ວນເຫຼັ້ມຕ່າງໆຢູ່ຖະໜົນປຶ້ມຮ່າໂນ້ຍ (ພາບ: VOV)  

ໂດຍ​ຕອບ​ສະ​ໜອງວັນ​ປຶ້ມ ແລະ ວັດ​ທະ​ນະ​ທຳ​ການ​ອ່ານ ຫວຽດ​ນາມ ຄັ້ງ​ທີ 5 (16 – 24 ເມ​ສາ), ຕອນ​ເຊົ້າ​ວັນ​ທີ 21 ເມ​ສາ, ຢູ່​ຖະ​ໜົນ​ປຶ້ມ​ຮ່າ​ໂນ້ຍ ໄດ້​ໄຂ​ຂຶ້ນ ວັນ​ບຸນ​ປຶ້ມ ແລະ ວັດ​ທະ​ນະ​ທຳ​ການ​ອ່ານ​ນະ​ຄອນ ຮ່າ​ໂນ້ຍ 2026. ເຫດ​ການ​ໂດຍ​ສຳ​ນັກ​ພິມ​ຈຳ​ໜ່າຍ​ແມ່​ຍິງ ຫວຽດ​ນາມ ແລະ 13 ຫົວ​ໜ່ວຍຢູ່​ຖະ​ໜົນ​ປ້ຶມ​ຮ່າ​ໂນ້ຍ ຈັດ​ຂຶ້ນ​ແຕ່​ວັນ​ທີ 21 – 27 ເມ​ສາ, ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື: ງານ​ວາງ​ສະ​ແດງ, ແນະ​ນຳ, ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ປຶ້ມ, ໜັງ​ສື​ພິມ, ບັນ​ດາ​ການ​ເຄື່ອນ​ໄຫວ​ໂອ້​ລົມ​ສົນ​ທະ​ນາ, ພົບ​ປະ​ແລກ​ປ່ຽນ​ບັນ​ດາ​ຫົວ​ຂໍ້​ຕ່າງໆ…

ຢູ່​ນະ​ຄອນ​ເຫ້ວ, ຕອນ​ເຊົ້າ​, ຫໍ​ສະ​ໝຸດ​ສັງ​ລວມ​ນະ​ຄອນ ເຫ້ວ, ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ ນະ​ຄອນ​ເຫ້ວ​ໄຂວັນ​ປຶ້ມ ແລະ ວັດ​ທະ​ນະ​ທຳ​ການ​ອ່ານ ຫວຽດ​ນາມ ຄັ້ງ​ທີ 5. ດ້ວຍ​ຫົວ​ຂໍ້ “ປຶ້ມ - ພຸມ​ປັນ​ຍາ - ແງ່​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ”, ເຫດ​ການ​ໄດ້​ປຸກ​ລະ​ດົມ​ການ​ເສັງ​ທູດ​ວັດ​ທະ​ນະ​ທຳ​ການ​ອ່ານ​ປີ 2026 ແລະ ການ​ເສັງ​ໄດ້​ອອກ​ແບບ​ຕາມ​ຮູບ​ແບບ​ວາງ​ສະ​ແດງວັດ​ຖຸ​ພັນ​ດ້ວຍ​ຫົ​ວ​ຂໍ້ “ປຶ້ມ​ກັບ​ມ​ໍ​ລະ​ດົກ​ເຫ້ວ”.

ວັນ​ບຸນ​ປຶ້ມ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ 2026 ຢູ່​ແຂວງ ເຊີນ​ລາ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ມື້​ນີ​ຢູ່​ສະ​ໜາມຫຼວງ ໄຕ​ບັກ, ຕາ​ແສງ ໂຕ​ຫ້ຽວ, ແຂວງ​ເຊີນ​ລາ. ທ່ານ ຫງວຽ​ນ​ດິ່ງ​ຫວຽດ, ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນປະ​ຊາ​ຊົນ​ແຂວງ ເຊີນ​ລາ ໃຫ້​ຮູ້​ວ່າ:

ທາງ​ແຂວງ ໄດ້​ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ການ​ຄຸ້ມ​ຄອງ, ບໍ​ລິ​ຫານ​ເທື່ອ​ລະ​ກ້າວ; ຊຸກ​ຍູ້​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ໃນ​ການ​ຜະ​ລິດ ແລະ ຊີ​ວິດ​ປະ​ຈຳ​ວັນ, ໜູນ​ຊ່ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ນະ​ວັດ​ຕະ​ກຳ, Startup, ພ້ອມ​ທັງ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ສຳ​ຜັດ​ກັບ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ. ວັນ​ບຸນ​ແມ່ນ​ສິ່ງ​ພິ​ສູດ​ຢ່າງ​ລະ​ອຽດ​ໃຫ້​ແກ່​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ພູມ​ປັນ​ຍາ​ແບບ​ເກົ່າ ແລະ ພູມ​ປັນ​ຍາ​ທັນ​ສະ​ໄໝ, ລະ​ຫວ່າງວັດ​ທະ​ນະ​ທຳ ແລະ ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ, ລະ​ຫວ່າງ​ການ​ຮຽນ ກັບ​ການ​ພັດ​ທ​ະ​ນາ​ໃນ​ຕົວ​ຈິງ.

(ແຫຼ່ງຄັດຈາກ VOV)

ເຊື່ອມ​ຕໍ່​ວິ​ໄສ​ທັດ, ກຳ​ນົດ​ຂອບ​ເຂດ​ການ​ຮ່ວມ​ມື​ຍາວ​ນານ ຫວຽດ​ນາມ - ສ.ເກົາຫຼີ

ເຊື່ອມ​ຕໍ່​ວິ​ໄສ​ທັດ, ກຳ​ນົດ​ຂອບ​ເຂດ​ການ​ຮ່ວມ​ມື​ຍາວ​ນານ ຫວຽດ​ນາມ - ສ.ເກົາຫຼີ

ການ​ຢ້ຽມ​ຢາມ ຫວຽດ​ນາມ ແຕ່​ວັນ​ທີ 21 – 24 ເມ​ສາ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Lee Jae Myung ຄັ້ງ​ນີ້​ແມ່ນກ​ານ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ.ເກົາຫຼີ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເມື່ອ​ເດືອນ​ສິງ​ຫາ 2025.

Top